• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ UAE

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ອາດຕັດແຍກໄດ້ ແລະ ແມ່ມແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ UAE

ໃນການເຄື່ອນໄຫວສອງຝ່າຍຢູ່ສະຫະລັດ ອາຣັບ ເອມີເລັດ (UAE), ຕອນຄ່ຳວັນທີ 1 ທັນວາ, ຢູ່ ດູບາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນ ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ UAE.   

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ກັບ UAE ໃນໄລຍະຜ່ານມາພັດທະນາດີງາມ. ສອງຝ່າຍ ປາດຖະໜາຢາກເຮັດໃຫ້ການພົວພັນສອງຝ່າຍໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ. UAE ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ, ປາດຖະໜາຢາກເພີ່ມທະວີ ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.  

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ອາດຕັດແຍກໄດ້ ແລະ ແມ່ມແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ. ທ່ານນາຍົກລັດ ຖະມົນຕີສະເໜີໃຫ້ ສະຖານທູດຍາມໃດກໍ່ປະຕິບັດວຽກງານກົງສູນ, ແກ້ໄຂບັນດາບັນຫາ ດ້ານນິຕິກຳຂອງພໍ່ແມ່ປະຊາຊົນ, ປະຕິບັດ ບັນດາລະບຽບການບໍລິ ຫານໃຫ້ງ່າຍດາຍ, ສະດວກທີ່ສຸດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top