• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບການນຳບັນດາປະເທດ ອາຊຽນ

ນາຍົກລັດຖະມົນຕີ 3 ທ່ານຢືນຢັນຈະສືບຕໍ່ສາມັກຄີກັນລະຫວ່າງ 3 ປະເທດ ໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສ້າງສາ ແລະ ພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ເສດທາ ທະວີສິນ (ພາບ: VGP)

ວັນທີ 17 ທັນວາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີບັນດາປະເທດ: ໄທ, ມາເລເຊຍ, ລາວ ແລະ ກຳປູເຈຍ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ເສດທາ ທະວີສິນ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສົມທົບກັນປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມເຕີມ ຫວຽດນາມ - ໄທ ໄລຍະ 2022 – 2027 ໃຫ້ບັນລຸປະສິດທິຜົນ; ເຫັນດີເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ; ຊຸກຍູ້ການຮ່ວມມືໃນເຂດອະນຸພາກພື້ນແມ່ນ້ຳຂອງ, ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ກໍຄືບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຢ່າງມີປະສິດທິຜົນ; ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນ, ໃນນັ້ນມີຂະແໜງ ກະສິກຳ, ການຜະລິດ, ປຸງແຕ່ງຜະລິດຕະພັນກະເສດ…

(ນາຍົກລັດຖະມົນຕີ 3 ປະເທດກຳປູເຈຍ, ລາວ, ຫວຽດນາມ)

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet. ຢູ່ທີ່ນີ້, ການນຳ 3 ທ່ານໄດ້ຕີລາຄູງຮູບແບບປຶກສາຫາລືຢ່າງມີໄຫວພິບລະຫວ່າງນາຍົກລັດຖະມົນຕີ ເນື່ອງໃນໂອກາດເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍ, ປະກອບສ່ວນສຳຄັນເຂົ້າໃນການກວດກາຄືນ ແລະ ຊອກຫາການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດການຮ່ວມມືໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ແລະ ລາວ ສະໜັບສະໜູນຂໍ້ລິເລີມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຜັນຂະຫຍາຍກົນໄກຈັດກອງປະຊຸມຂອງນາຍົກລັດຖະມົນຕີ 3 ທ່ານ ເພື່ອຫັນບັນດາໝາກຜົນທີ່ບັນລຸໄດ້ໃນການພົບປະຂັ້ນສູງຜູ້ນຳໜ້າ 3 ພັກ ກຳປູເຈຍ, ລາວ, ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ນາຍົກລັດຖະມົນຕີ 3 ທ່ານຢືນຢັນຈະສືບຕໍ່ສາມັກຄີກັນລະຫວ່າງ 3 ປະເທດ ໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top