• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ນຳໃຊ້ຂໍ້ມູນສະຖິຕິເພື່ອວາງແຜນກຳນົດນະໂຍບາຍຢ່າງມີປະສິດທິຜົນ

ຕອນເຊົ້າວັນທີ 17 ມີນາ, ທ່ານນາຍົກລັດະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຖິຕິທົ່ວປະເທດປີ 2022 ດ້ວຍຫົວຂໍ້ “ເພີ່ມທະວີລະບຽບວິໄນ, ຍົກສູງປະສິດທິຜົນ, ປະສິດທິພາບ”. ກອງປະຊຸມໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ (ພາບ:VGP)  

ກ່າວຄຳເຫັນທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານສະຖິຕິມີຄວາມໝາຍສຳຄັນທີ່ສຸດພິເສດແມ່ນໃນການຕີລາຄາວາງແຜນກຳນົດນະໂຍບາຍ. ປີ 2021, ຂະແໜງສະຖິຕິໄດ້ປະຕິບັດໜ້າທີ່ຮັບປະກັນຂໍ້ມູນສະຖິຕິຮັບເພື່ອໃຊ້ວຽກງານຊີ້ນຳບໍລິຫານຂອງລັດຖະບານປີ 2021ໃຫ້ເປັນຢ່າງດີສະພາແຫ່ງຊາດຮັບຮອງເອົາກົດໝາຍປັບປຸງເພີ່ມເຕີມບາງມາດຕາ ແລະ ລາຍການຊ້ອມທ້າຍຄາດໝາຍສະຖິຕິແຫ່ງຊາດຂອງກົດໝາຍວ່າດ້ວຍສະຖິຕິ.

ປີ 2022, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຕ້ອງປະຕິບັດ ຫຼາຍເປົ້າໝາຍ, ເປັນຕົ້ນແມ່ນພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ ທັງກຽມພ້ອມການປ້ອງກັນ, ຕ້ານໂລກລະບາດ, ຊີ້ນຳຊຸກຍູ້ການເຄື່ອນໄຫວເສດຖະກິດສັງຄົມຢ່າງຮອບດ້ານເງື່ອນໄຂປົກກະຕິໃໝ່. ກ່ຽວກັບໜ້າທີ່, ວິທີການແກ້ໄຂຕົ້ນຕໍທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:

ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບວຽກງານສະຖິຕິ, ພິເສດແມ່ນການນຳອຳນາດການປົກຄອງທຸກຂັ້ນ ເມື່ອກຳນົດສະຖິຕິຕ້ອງສັດຊື່ບໍລິສຸດ, ຖືກຕ້ອງ, ທັນການ, ເປັນປະຈຳ, ຕໍ່ເນື່ອງ, ຕ້ອງມີຄວາມໂປງໄສ, ຢ່າງຄົບຖ້ວນ, ຮອບດ້ານ, ການໄຈ້ແຍກ, ຕີລາຄາ, ການຄາດຄະເນຕ້ອງຕິດແທດກັບສະພາບການ, ໄປຄຽງຄູ່ກັນນັ້ນ ຕ້ອງນຳໃຊ້ບັນດາຕົວເລກສະຖິຕິຢ່າງມີປະສິດທິຜົນ.


(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top