• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍບັນດາກຸ່ມບໍລິສັດ UAE ຮ່ວມມືລົງທຶນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດທ່າກຳປັ່ນ Abu Dhabi, ແລະ ກຸ່ມບໍລິສັດ NDMC ດ້ວຍບົດຮຽນໃນຂົງເຂດຄຸ້ມຄອງທ່າກຳປັ່ນ ເຂົ້າຮ່ວມ ແລະ ໜູນຊ່ວຍລັດຖະບານ ແລະ ວິສາຫະກິດ ຫວຽດນາມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳກຸ່ມບໍລິສັດແຖວໜ້າຂອງ UAE ນຂົງເຂດພັດທະນາ ແລະ ຄຸ້ມຄອງພື້ນຖານໂຄງລ່າງ, ທ່າກຳປັ່ນ)

ໃນລາຍການໄປຢ້ຽມຢາມ ສະຫະລັດອາຣັບເອັມມີເຣດ (UAE), ຕອນບ່າຍວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Abu Dhabi, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບການນຳກຸ່ມບໍລິສັດແຖວໜ້າຂອງ UAE ໃນຂົງເຂດພັດທະນາ ແລະ ຄຸ້ມຄອງພື້ນຖານໂຄງລ່າງ, ທ່າກຳປັ່ນ, logistics, ເຂດອຸດສາຫະກຳຈຳນວນໜຶ່ງ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ດ້ວຍຄວາມຍາວເຂດຝັ່ງທະເລກວ່າ 3.000 ກມ, ການພັດທະນາທ່າກຳປັ່ນແມ່ນໜຶ່ງໃນບັນດາຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດທ່າກຳປັ່ນ Abu Dhabi, ແລະ ກຸ່ມບໍລິສັດ NDMC ດ້ວຍບົດຮຽນໃນຂົງເຂດຄຸ້ມຄອງທ່າກຳປັ່ນ ເຂົ້າຮ່ວມ ແລະ ໜູນຊ່ວຍລັດຖະບານ ແລະ ວິສາຫະກິດ ຫວຽດນາມ. ສຳລັບກຸ່ມບໍລິສັດ Prime, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດເປັນຂົວຕໍ່ນຳບັນດານັກລົງທຶນທີ່ມີອິດທິພົນຊື່ສຽງ, ມີກຳລັງບົ່ມຊ້ອນມາຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ສ່ວນການນຳບັນດາກຸ່ມບໍລິສັດຂອງ UAE ໃຫ້ຮູ້ວ່າ, ບັນດາວິສາຫະກິດ UAE ເຫັນວ່າ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການພັດທະນາບັນດາຂົງເຂດຄຸ້ມຄອງພື້ນຖານໂຄງລ່າງ, ທ່າກຳປັ່ນ, ຕໍ່ກຳປັ່ນ, logistics…; ແລະ ຢືນຢັນວ່າ, ບັນດາວິສາຫະກິດ UAE ປາດຖະໜາຢາກລົງທຶນເຂົ້າ ຫວຽດນາມ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີເປີດຕົວວາງສະແດງ ແລະ ແນະນຳລົດໂອໂຕໄຟຟ້າ Vinfast ຢູ່ UAE.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top