• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ກະທຳພ້ອມກັບ ຫວຽດນາມ ເພື່ອໂລກນັບມື້ນັບດີງາມກ່ວາ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນແນວທາງການພັດທະນາປະເທດຊາດ, ຫວຽດນາມ ອີງໃສ່ 3 ເສົາຄ້ຳແມ່ນການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການພົບປະ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະສ້າງສັນ, ງານລ້ຽງຜູ້ຕາງໜ້າບັນດານັກອຸປະຖຳ, ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ຢູ່ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນແນວທາງການພັດທະນາປະເທດຊາດ, ຫວຽດນາມ ອີງໃສ່ 3 ເສົາຄ້ຳແມ່ນການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ. ໃນຕະຫຼອດວິວັດການນີ້, ຫວຽດນາມ ບໍ່ເອົາຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ ເພື່ອແລກການເຕີບໂຕເສດຖະກິດ; ຍາມໃດກໍ່ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ກຳລັງໜູນ, ກຳລັງແຮງຂອງການພັດທະນາ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ເພື່ອນມິດສາກົນພ້ອມກັບ ຫວຽດນາມ ສາມັກຄີ, ກະທຳ ເພື່ອໃຫ້ແຕ່ລະຄົນລ້ວນແຕ່ຮັ່ງມີກ່ວາ, ປະຊາຊົນມີຄວາມຜາສຸກກ່ວາ; ດ້ວຍນ້ຳໃຈ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”, “ໄຊຊະນະຂອງພວກເພື່ອນແມ່ນໄຊຊະນະຂອງ ຫວຽດນາມ”.   

ສ່ວນສຳລັບຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ນັກອຸປະຖຳ, ນັກລົງທຶນຕ່າງປະເທດ ຊົມເຊີບແນວທາງ, ຍຸດທະສາດແຫ່ງການພັດທະນາປະເທດຊາດຂອງ ຫວຽດນາມ, ພິເສດແມ່ນເປົ້າໝາຍພັດທະນາສີຂຽວ, ຍືນຍົງ, ເອົາໃຈໃສ່ບັນດາບັນຫາໜູນຊ່ວຍສັງຄົມ, ສະວັດດີການສັງຄົມ, ສິ່ງແວດລ້ອມ, ປະຕິບັດການຫລຸດອາຍພິດລົງລະດັບ 0 ໃນປີ 2050...; ກຽມພ້ອມໜູນຊ່ວຍ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ປະຕິບັດເປົ້າໝາຍຮອດປີ 2030 ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບສະເລ່ຍສູງ, ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top