ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍີດ/VNA
ຕອນແລງວັນທີ 4 ມັງກອນ 2020, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ ຮ່າໂນ້ຍ ແຕ່ວັນທີ 2-4 ມັງກອນ 2020 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
ໃນກອບຂອງການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເປັນປະທານຮ່ວມ ໃນກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ. ພາຍຫຼັງການປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມີການພົບປະກັບສື່ມວນຊົນ ແຈ້ງໝາກຜົນອັນດີງາມຂອງກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມດີໃຈຕໍ່ຜົນງານການຮ່ວມມືຢ່າງມີປະສິດທິຜົນ, ຕັ້ງໜ້າ ແລະ ຮອບດ້ານລະຫວ່າງສອງປະເທດໃນຊຸມປີຜ່ານມາ.
ກ່ຽວກັບການຮ່ວມມືໃນໄລຍະຕໍ່ມາ, ສອງຝ່າຍເປັນເອກະສັນ ຈະປະຕິບັດໃຫ້ດີບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ ແລະ ບັນດາຂໍ້ຕົກລົງຕ່າງໆ, ໃນນັ້ນ ມີຂໍ້ຕົກລົງທີ່ກອງປະຊຸມຄັ້ງນີ້ ດ້ວຍຫຼາຍວິທີປະຕິບັດຢ່າງເຂັ້ມແຂງ ແລະ ມີເນື້ອແທ້.
ສອງຝ່າຍໄດ້ເປັນເອກະສັນສູງກ່ຽວກັບທິດທາງຮ່ວມມືໃນປີ 2020, ໃນນັ້ນ ຈະສຸມໃສ່ເພີ່ມທະວິການຮ່ວມມືດ້ານການເມືອງ, ການທູດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ເພີ່ມທະວີການແລກປ່ຽນບົດຮຽນກໍ່ສ້າງນະໂຍບາຍເສດຖະກິດມະຫາພາກຢ່າງໝັ້ນຄົງ. ສົມທົບໃນການກວດກາ, ແກ້ໄຂສະພາບແວດລ້ອມແຫ່ງການລົງທຶນ, ເຮັດທຸລະກິດ, ກໍ່ສ້າງພື້ນຖານໂຄງລ່າງການຄົມມະນາຄົມໃຫ້ດີຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ, ພະຍາຍາມເຮັດໃຫ້ມູນຄ່າການຄ້າສອງຝ່າຍໃນປີ 2020 ເພີ່ມຂຶ້ນຢ່າງໜ້ອຍສຸດ 10-15%. ສົມທົບກໍ່ສ້າງຍຸດທະສາດ ການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະຕໍ່ມາ. ບັນດາກະຊວງ, ຂະແໜງການສອງປະເທດ ສືບຕໍ່ຊຸກຍູ້ການແລກປ່ຽນ, ຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ ຄື: ວັດທະນະທຳ, ວິທະຍາສາດ, ຖະແຫຼງຂ່າວ ແລະ ສື່ສານ, ກິລາ, ສາທາລະນະສຸກ, ກົດໝາຍ ແລະ ອື່ນໆ.
ສອງຝ່າຍ ຈະສະໜັບສະໜູນ ແລະ ຮ່ວມມືກັນຢ່າງມີປະສິດທິຜົນໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະ ພາກພື້ນ ຄື ອາຊຽນ, APEC, ASEM, ບັນດາເວທີປາໄສຮ່ວມມືແມ່ຂອງ. ບັນດາເນື້ອໃນດັ່ງກ່າວ ໄດ້ຫັນເປັນຕົວຈິງ ເພື່ອໃຫ້ບັນດາຂັ້ນ, ຂະແໜງການຂອງສອງປະເທດ ປະຕິບັດດີ ນະໂຍບາຍຂອງກົມການເມືອງ ແລະ ລັດຖະບານສອງປະເທດ.
ພາຍຫຼັງການປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນ ແລະ ມອບຮັບບັນດາເອກະສານວ່າດ້ວຍການຮ່ວມມືທີ່ສຳຄັນ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການຮ່ວມມືປີ 2020 ລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶນຂອງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ-ລາວ; ສັນຍາວ່າດ້ວຍການມອບຮັບ ຜູ້ຖືກລົງໂທດ ຈຳຄຸກ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງຄົມມະນາຄົມ ຂົນສົ່ງ ຫວຽດນາມ ແລະ ກະຊວງການໂຍທາ ແລະ ຂົນສົ່ງ ລາວ; ຂໍ້ຕົກລົງ ແລະ ແຜນການຮ່ວມມືດ້ານການສຶກສາປີ 2020 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ແລະ ກິລາ ລາວ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ບໍລິສັດ ພະລັງງານ ຈະເລີນ ເຊກົງ ຈຳກັດ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ຟົງສັບທະວີ (ລາວ). ບົດບັນທຶກວ່າດ້ວຍການຮ່ວມມື ລົງທຶນ, ຄົ້ນຄວ້າ, ພັດທະນາ ໂຮງງານຜະລິດໄຟຟ້າດ້ວນຖ່ານ 2000 ເມກາວັດ ທີ່ແຂວງ ຄຳມ່ວນ (ລາວ) ລະຫວ່າງບໍລິສັດຄຸ້ມຄອງການລົງທຶນກໍ່ສ້າງ HT ຈຳກັດ ແລະ ບໍລິສັດພັດທະນາໄຟຟ້າ ແລະ ອະສັງຫາລິມະສັບ ລ້ານຊ້າງ (ລາວ) ຈຳກັດ.

ປະຕິບັດ: VNA/VNP