• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຂອບໃຈນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ວັນທີ 2 ເມສາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ສົ່ງສານຂອບໃຈທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ປະຊາຊົນ ກຳປູເຈຍ ລຽນແຖວສັກວັກຊິນກັນພະຍາດໂຄວິດ - 19 (ພາບ:AFP/TTXVN)
      ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ການຊ່ວຍເຫຼືອດັ່ງກ່າວ ແມ່ນລ້ຳຄ່າທີ່ສຸດສຳລັບ ກຳປູເຈຍ ໃນຂະນະທີ່ ກຳປູເຈຍ ພວມຢູ່ໃນໄລຍະໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 3 ໃນຊຸມຊົນ ແລະ ກໍສະແດງໃຫ້ເຫັນນ້ຳໃຈຖານບ້ານໃກ້ເຮືອນຄຽງອັນດີງາມ ຂອງ ຫວຽດນາມ ທີ່ມີຕໍ່ ກຳປູເຈຍ ໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີ Hun Sen ກໍຢັ້ງຢືນວ່າ ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ໄດ້ຮັບການປົກປ້ອງດ້ວຍຄວາມຍຸຕິທຳເໝືອນດັ່ງພົນລະເມືອງຂອງ ກຳປູເຈຍ. ພ້ອມກັນນັ້ນ, ກໍສະແດງຄຳຂອບອົກຂອບໃຈມາຍັງ ລັດຖະບານ ຫວຽດນາມ ທີ່ໄດ້ມີການປະພຶດທີ່ດີກັບປະຊາຄົມ ຊາວ ກຳປູເຈຍ ທີ່ພວມດຳລົງຊີວິດຢູ່ ຫວຽດນາມ ໃນໄລຍະເວລາອັນຫຍຸ້ງຍາກຄືໃນປັດຈຸບັນ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top