• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຢຸດຕິການຮັບຖ້ຽວບິນຈາກປະເທດທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຢຸດຕິການຈັດຖ້ຽວບິນກັບຄືນຫວຽດນາມ ຈາກບັນດາປະເທດ, ເຂດແຄ້ວນທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2 ແລະ ເຂດພວມມີໂລກລະບາດຜັນແປຢ່າງສັບສົນ.

ຢຸດຕິການຮັບຖ້ຽວບິນຈາກປະເທດທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2
(ພາບປະກອບ: moh.gov.vn)
      ວັນທີ 05 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນປະກາດໃຊ້ຄຳສັ່ງກ່ຽວກັບການເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານ, ສົມທົບກັບກະຊວງຕຳຫຼວດຫວຽດນາມ, ຄະນະກຳມະການປະຊາຊົນບັນດາແຂວງຊາຍແດນເພີ່ມທະວີການຄຸ້ມຄອງຊາຍແດນ, ສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຢ່າງເຖິງຖອງ, ພິເສດແມ່ນຢູ່ຕາມດ່ານທ້ອງຖິ່ນ, ດ່ານປະເພນີ, ທາງທະເລ…; ສືບຕໍ່ຄຸ້ມຄອງການແຍກຕົວຜູ້ເຂົ້າເມືອງຢ່າງເຄັ່ງຄັດ, ຮັບປະກັນການແຍກຕົວໃຫ້ຄົບຕາມກຳນົດເວລາ 14 ວັນ ແລະ ເວລາຕິດຕາມອາການຕາມຂໍ້ກຳນົດ ພາຍຫຼັງກັບເມືອບ້ານ; ເດັດຂາດບໍ່ປະໃຫ້ໂລກລະບາດແຜ່ລະບາດຢູ່ເຂດແຍກຕົວ ແລະ ແຜ່ລະບາດຈາກເຂດແຍກຕົວອອກສູ່ເຂດຊຸມຊົມ. ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງການຕ່າງປະເທດຫວຽດນາມ ກຳກັບບັນຊາຊິ້ນຳ, ການປະຕິບັດການກວດກາກໍລະນີພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຫວັງຢາກກັບຄືນປະເທດຢ່າງເຂັ້ມງວດ, ຮັບປະກັນໃຫ້ຖືກຕາມເປົ້າໝາຍ.
        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຢຸດຕິການຈັດຖ້ຽວບິນກັບຄືນຫວຽດນາມ ຈາກບັນດາປະເທດ, ເຂດແຄ້ວນທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2 ແລະ ເຂດພວມມີໂລກລະບາດຜັນແປຢ່າງສັບສົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top