• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີວັນໜັງສືພິມ ລາວດົ້ງ ອອກສະບັບທໍາອິດ

ຕອນເຊົ້າວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ໜັງສືພິມ ລາວດົ້ງ ແປວ່າ ແຮງງານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນພິມຈໍາໜ່າຍສະບັບທໍາອິດຄົບຮອບ 90 ປີ (14/08/1929 – 14/08/2019) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊົມເຊີມຄະນະບັນນາທິການ, ນັກຂ່າວໜັງສືພິມ ລາວດົ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ກໍໄດ້ຝາກກະເຊົ້າດອກໄມ້ອວຍພອນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຂວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໝູ່ຄະນະໜັງສືພິມ ລາວດົ້ງ  (ພາບ: TTXVN)

ໂດຍໄດ້ພິມຈໍາໜ່າຍສະບັບທໍາອິດໃນວັນທີ 14 ສິງຫາ 1929, ໜັງສືພິມລາວດົ້ງ ແມ່ນໜຶ່ງໃນສອງສໍານັກຂ່າວສານທີ່ໄດ້ສ້າງຕັ້ງໄວກວ່າໝູ່ໃນພື້ນຖານສື່ມວນຊົນປະຕິວັດຫວຽດນາມ ແລະ ແມ່ນໜຶ່ງໃນບັນດາສໍານັກຂ່າວສານທໍາອິດຂອງຫວຽດນາມ ສ້າງຕັ້ງໜັງສືພິມອອນລາຍ ຄືວັນທີ 19  ພຶດສະພາ 1999. ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນດິ່ງແຄງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ:

        “ໝູ່ຄະນະ ແລະ ພະນັກງານສໍານັກຂ່າວສານ ລາວດົ້ງ ທຸກຄົນຄວນຍົກສູງນໍ້າໃຈ, ຄວາມຮັບຜິດຊອບໃນການຄັດເລືອກຂໍ້ມູນຂ່າວ, ກວດແກ້ໃຫ້ຊັດເຈນ, ປະຕິບັດໜ້າທີ່ກໍານົດທິດຫາງສຽງໃຫ້ເປັນຢ່າງດີ. ເມື່ອມີຂໍ້ມູນຂ່າວ, ບັນຫາເກີດໃໝ່ທີ່ສັບສົນ ກໍ່ຄວາມຮ້ອນເຮັ່ງໃຫ້ແກ່ຫາງສຽງ ໂດຍສະເພາະແມ່ນບັນດາບັນຫາທີ່ກ້ຽວຂ້ອງເຖິງສະມາຊິກຊາວໜຸ່ມ, ກໍາມະບານ ແມ່ນສະເໜີໃຫ້ສ່ອງແສງຢ່າງທັນການເຖິງສະຫະພັນໃຫຍ່ແຮງງານ ເພື່ອມີການຊີ້ນໍາ, ກໍານົດທິດສະໜອງຂໍ້ມູນຂ່າວໃຫ້ແກ່ຫາງສຽງ”.

        ທີ່ພິທີ, ຕາງໜ້າພັກ, ລັດ ຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຂວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໝູ່ຄະນະໜັງສືພິມ ລາວດົ້ງ ແລະ ຫຼຽນໄຊແຮງງານຊັ້ນສາມ ໃຫ້ແກ່ທ່ານ ຫງວຽນງອກຫຽນ ບັນນາທິການໃຫຍ່ໜັງສືພິມລາວດົ້ງ ທີ່ໄດ້ມີຜົນງານດີເດັ່ນໃນການປະຕິບັດງານໄລຍະ 2014 – 2018, ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ. 

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top