ຂ່າວສານ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ ເຂດອະນຸສອນສະຖານປະທານໂຮ່ຈີມິນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານຢູ່ອະນຸສອນສະຖານປະທານໂຮ່ຈີມິນ
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາການນໍາ, ພະນັກງານ, ພາລະກອນເຮັດວຽກຢູ່ອະນຸສອນສະຖານປະທານໂຮ່ຈີມິນ ໃນທໍານຽມປະທານປະເທດ ທີ່ບັນລຸໄດ້ຜົນງານຫຼາຍຢ່າງນັບແຕ່ການເຄື່ອນໄຫວອະນຸລັກ, ຮັກສາ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດ ເພື່ອປະຕິບັດວຽກງານແນະນໍາກ່ຽວກັບຊີວິດ, ພາລະກິດ ແລະ ແບບຢ່າງຄູນສົມບັດຂອງປະທານໂຮ່ຈີມິນ. ກ່າວເຂົ້າສູ່ປິໃໝ່ປີຊວດ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີ ຜ່ານມາ, ໄປຄຽງຄູ່ກັນນັ້ນ ຕ້ອງມານະພະຍາຍາມປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ເພື່ອສົບກັບເປັນສະຖານທີ່ແດງ ກ່ຽວກັບການສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ນໍ້າໃຈຮັກຊາດ ແລະ ມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພ້ອມທັງແມ່ນບ່ອນເຕົ້າໂຮມຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບແພງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບທີ່ມີຕໍ່ປະທານໂຮ່ຈີມິນຜູ້ນໍາທີ່ຍິງໃຫຍ່ຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)