• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນ Start up ປ່ຽນແປງໃໝ່ ຢ່າງມີຫົວຄິດປະດິດສ້າງ ແຫ່ງຊາດຫວຽດນາມ 2018

      ປີ 2045 - ແມ່ນຈຸດເວລາສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 100 ປີ ດ້ວຍເປົ້າໝາຍວ່າ ຫວຽດນາມ ຈະເປັນປະເທດພັດທະນາ, ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກວ່າ 18.000 USD
ພິທີໄຂວັນບຸນ Start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແຫ່ງຊາດ (Techfest Viet Nam) ດ້ວຍຫົວຂໍ້ວ່າ “Start up ຢ່າງມີຫົວຄິດປະດິດສ້າງ - ເຊື່ອມຕໍ່ທົ່ວໂລກ” ຖືກດໍາເນີນໃນຕອນຄໍ່າວັນທີ 29 ພະຈິກ, ທີ່ນະຄອນດ່າໜັງ. ເຂົ້າຮ່ວມງານບຸນ ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ; ທ່ານ ຫວໍວັນເທື໋ອງ ກໍາມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາການນໍາຫວຽດນາມ ເຂົ້າຮ່ວມວັນບຸນ (ພາບ:Nguyen Dong)
      ກ່າວຄໍາເຫັນທີ່ພິທີໄຂ Techfest Viet Nam 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ປີ 2045 - ແມ່ນຈຸດເວລາສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 100 ປີ ດ້ວຍເປົ້າໝາຍວ່າ ຫວຽດນາມ ຈະເປັນປະເທດພັດທະນາ, ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກວ່າ 18.000 USD.   ທ່ານນາຍົກລັດຖະມົນຕີກ່າວວ່າ:
        “ຂ້າພະເຈົ້າຢາກຖາມວ່າ: ຖ້າຫາກ Start up ພວກເພື່ອນກໍຢ້ານບໍ່ປະສົບຜົນສໍາເລັດບໍ? ຂ້າພະເຈົ້າເຊື່ອວ່າ ມີຜູ້ຕອບວ່າຢ້ານ. ນັ້ນກໍແມ່ນສິ່ງທີ່ທໍາມະດາ. ພວກເຮົາຕ້ອງເຂົ້າໃຈວ່າ ວິວັດການ Start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນການກະທໍາທີ່ມີຄວາມສ່ຽງ ແຕ່ຈັບໃຈ, ນັ້ນແມ່ນໄລຍະການຮຽນຮູ້, ເກັບກໍາປະສົບການແລະ ຄົ້ນຫາຄວາມສາມາດຂອງຕົນ. ຜູ້ທີ່ສ້າງຕັ້ງສື່ສັງຄົມອອນລາຍ ມີຄໍາເວົ້າດັ່ງນີ້ໃນສະພາບທີ່ໂລກພວມປ່ຽນແປງຢ່າງໄວວາຄືແນວນີ້, ຖ້າຫາກເພື່ອນບໍ່ກ້າຍອມຮັບຄວາມສ່ຽງນັ້ນ ແນ່ນອນວ່າຈະບໍ່ປະສົບຜົນສໍາເລັດ. ຄວາມສ່ຽງໃຫຍ່ທີ່ສຸດຂອງພວກເພື່ອນແມ່ນບໍ່ກ້າຍອມຮັບຄວາມສ່ຽງ”. ຢູ່ເຂດ Silicon ເຂົ້າເຈົ້າມີຄໍາເວົ້າທີ່ວ່າເພື່ອນຈະບໍ່ສາມາດປະສົບຜົນສໍາເລັດ ຖ້າຫາກຍັງບໍ່ເຄີຍລົ້ມເຫຼວຈັກເທື່ອ ແລະ ເພື່ອນຈະຖອດຖອນໄດ້ບົດຮຽນຫຼາຍຢ່າງຈາກການລົ້ມເຫຼວນັ້ນ”. ພວກເພື່ອນພ້ອມແລ້ວທີ່ຈະທົດລອງປະຕິບັດ ແລະ ຍອມຮັບຜິດແລ້ວບໍ? ພວກເຮົາທຸກຄົນ ຈົ່ງພ້ອມກັນຝັກໃຝ່ນໍ້າໃຈ Start upແບບບໍ່ຢ້ານລົ້ມເຫຼວ”.
        ທ່ານນາຍົກລັດຖະມົນຕີສະແດງຄວາມປາດຖະໜາວ່າ ບັນດາເພື່ອນໜຸ່ມມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ຄົບຖ້ວນກ່ຽວກັບການ Start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ປະຕິບັດບັນດາຄວາມໄຝ່ຝັນ ແລະ ຄວາມມຸ່ງມາດປາດຖະໜາຂອງຕົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ໄລຍະຈະມາເຖິງ ລັດຖະບານຈະສ້າງຕັ້ງກອບໂຄງການແຫ່ງຊາດກ່ຽວກັບການເລີ່ມດໍາເນີນທຸລະກິດ Start up ແລະ ມີຫົວຄິດປະດິດສ້າງ - ວິໄສທັດ 2045 ດ້ວຍນະໂຍບາຍລະອຽດກວ່າ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top