• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບການນໍາສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ (Keidanren) ໂດຍທ່ານ Kuniharu Nakamura ແລະ ທ່ານ Hideo Ichikawa, ເປັນປະທານຮ່ວມຄະນະກໍາມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ຂອງ Keidanren  ນໍາໜ້າ. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບເປັນທີ່ລະນຶກກັບຄະນະຜູ້ແທນສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ (Keidanren), 
(ພາບ: TTXVN)

ທີ່ການຕ້ອນຮັບ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືຍີ່ປຸ່ນເປັນຄູ່ຮ່ວມມືສໍາຄັນແຖວໜ້າ ແລະ ຄູູ່ຮ່ວມມືພັດທະນາຍາວນານ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເປີດກວ້າງການພົວພັນຮ່ວມມື, ສົມທົບກັນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດ ແລະ ປະຊາຊົນສອງປະເທດ. ພ້ອມທັງສະເໜີໃຫ້ຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມໃນວິວັດການພັດທະນາເສດຖະກິດ, ສັງຄົມ, ໂດຍສະເພາະແມ່ນໃນບັນດາຂົງເຂດ ເຊິ່ງຫວຽດນາມພວມມີຄວາມຕ້ອງການຄື: ເຄື່ອງຈັກກະສິກໍາ, ນໍ້າມັນອາຍແກັດ, ການປຸງແຕ່ງ, ການປະດິດສ້າງ, ການພັດທະນາພື້ນຖານໂຄງລ່າງ... ຫວຽດນາມຈະຮັບຮອງເອົາສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນທ້າຍປີນີ້ ແລະ ປາດຖະໜາວ່າ ຈະພ້ອມກັບຍີ່ປຸ່ນຜັນຂະຫຍາຍສົນທິສັນຍາສະບັບສໍາຄັນນີ້.

 

(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top