• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ຕ້ອງປະກອບຄຳເຫັນກ່ຽວກັບບັນດາຈຸດສຸມຕ້ອງມີການປ່ຽນແປງເມື່ອທຽບໃສ່ໂຄງຮ່າງກ່ອນນີ້ຍ້ອນຜົນສະທ້ອນຈາກໂລກລະບາດ.

 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວັນຟຸກ, ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)


ຕອນເຊົ້າວັນທີ 28 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວັນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານກອງປະຊຸມຄົບຄະນະຄັ້ງທີ 6 ຂອງອະນຸກຳມະການດັ່ງກ່າວ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ໃນໄລຍະເກືອບ 2 ປີຜ່ານມາ, ອະນຸກຳມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຈັດກອງປະຊຸມຄົບຄະນະ 6 ຄັ້ງແລ້ວ, ຄະນະປະຈຳອະນຸກຳມະການໄດ້ຈັດກອງປະຊຸມຫົວເລື່ອງສະເພາະເປັນປະຈຳ, ມານະພະຍາຍາມສ້າງຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2021 – 2030 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021 – 2025.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ນັບແຕ່ປີ 2019 ມາຮອດປະຈຸບັນ, ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19, ເຮັດໃຫ້ເກີດວິກິດການທາງດ້ານເສດຖະກິດຢ່າງໜັກໜ່ວງກວ່າໄລຍະ 1929 – 1933. ເຖິງວ່າສະພາບການລວມພວມປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ບາງຂົງເຂດຍັງມີການເຕີບໂຕດີ, ຄືດ້ານການຄ້າໃນປະຈຸບັນແມ່ນສົ່ງອອກເກີນດຸນກວ່າ 10 ຕື້ USD; ການຜະລິດກະສິກຳໄດ້ຮັບຜົນດີໄດ້ລາຄາ ແລະ ຍັງສາມາດຮັກສາຄາດໝາຍສົ່ງອອກຂອງທັງປີບັນລຸ 41 – 42 ຕື້ USD.ທ່ານກ່າວວ່າ:

ສຳລັບຄວາມຫຍຸ້ງຍາກນັ້ນ, ພວກເຮົາໄດ້ພະຍາຍາມຜ່ານຜ່າ ແລະ ຄຸນຄ່າຂອງປະເທດຊາດໃນຄວາມຫຍຸ້ງຍາກນັ້ນໄດ້ຍົກສູງຂຶ້ນ. ໃນການສຳຫຼວດຫາງສຽງສັງຄົມຂອງຄະນະໂຄສະນາສຶກສາສູນກາງພັກ ຫາກໍ່ປະກາດນັ້ນ  97% ຈຳນວນຜູ້ຖືກຖາມ ກໍລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ບັນດາມາດຕະການທີ່ມີໝາກຜົນຂອງພັກ ແລະ ລັດ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນນ້ຳໃຈຂອງຊາດ, ແຜນນະໂຍບາຍຂອງພັກ ແລະ ຈິດໃຈຂອງປະຊາຊົນ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ, ນຳປະເທດຊາດບືນຕົວຂຶ້ນໃນໄລຍະຈະມາເຖິງ”.

        ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ຕ້ອງປະກອບຄຳເຫັນກ່ຽວກັບບັນດາຈຸດສຸມຕ້ອງມີການປ່ຽນແປງເມື່ອທຽບໃສ່ໂຄງຮ່າງກ່ອນນີ້ຍ້ອນຜົນສະທ້ອນຈາກໂລກລະບາດ. ໃນນັ້ນມີການວາງແຜນກຳນົດ, ແຜນການພັດທະນາແຫ່ງຊາດ, ເຂດພາກ, ຂະແໜງ, ຂົງເຂດ; ການປ້ອງກັນຕ້ານໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ; ການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top