• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ບັນດາອົງການທີ່ມີບົດບາດໜ້າທີ່ໄດ້ມີຄວາມຕັດສິນໃຈ, ມານະພະຍາຍາມຢ່າງສູງ ແລະ ບັນລຸໄດ້ຜົນສຳເລັດໃນການຄວບຄຸມໂລກລະບາດ

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ)
      ຕອນເຊົ້າວັນທີ 25 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ບັນດາອົງການທີ່ມີບົດບາດໜ້າທີ່ໄດ້ມີຄວາມຕັດສິນໃຈ, ມານະພະຍາຍາມຢ່າງສູງ ແລະ ບັນລຸໄດ້ຜົນສຳເລັດໃນການຄວບຄຸມໂລກລະບາດ, ປະກອບສ່ວນສະກັດກັ້ນສະພາບໂລກລະບາດແຜ່ລະບາດຍ້ອນຜູ້ຕິດເຊື້ອລອດເຂົ້າມາຫວຽດນາມ ຢ່າງມີປະສິດທິຜົນ. ເຖິງຢ່າງໃດກໍ່ຕາມ, ດ້ວຍປະເທດໜຶ່ງທີ່ມີເສັ້ນຊາຍແດນທາງບົກ ແລະ ທາງທະເລຍາວໄກ, ເລື່ອງຄວບຄຸມໂລກລະບາດກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນເບື້ອງຕົ້ນ, ຫວຽດນາມ ອະນຸຍາດໃຫ້ບັນດານັກຊ່ຽວຊານຕ່າງປະເທດເຂົ້າມາເຮັດວຽກຢູ່ ຫວຽດນາມ, ຮັບພົນລະເມືອງຫວຽດນາມ ກັບມາຈາກຕ່າງປະເທດ. ບັນດາເປົ້າໝາຍດັ່ງກ່າວລ້ວນແຕ່ໄດ້ປະຕິບັດບັນດາມາດຕະການດ້ານການແພດທີ່ຈຳເປັນ, ຮັບປະກັນວ່າ ຖ້າຫາກມີກໍລະນີຕິດໂລກລະບາດໂຄວິດ-19 ນັ້ນກໍບໍ່ສາມາດຕິດແປດໃສ່ຊຸມຊົນ. ກ່ຽວກັບກໍລະນີມີຜົນກວດເປັນບວກຢູ່ດ່ານັ້ງ, ທ່ານນາຍົກລັດຖະມົນຕີຖືວ່າ, ພວກເຮົາຕ້ອງທຸ່ນທ່ຽງໃຈ, ຍົກອອກບັນດາທິດ, ມາດຕະການແກ້ໄຂທີ່ຈຳເປັນເພື່ອຄວບຄຸມ, ບໍ່ປະໃຫ້ແຜ່ລະບາດໃສ່ຊຸມຊົນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top