• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະກັບບັນດາກຸ່ມບໍລິສັດພາກເອກະຊົນກ່ຽວກັບນະໂຍບາຍ

      ການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດພາກເອກະຊົນກ່ຽວກັບນະໂຍບາຍ ໄດ້ດຳເນີນໃນຕອນເຊົ້າວັນທີ 30 ກັນຍາ ຢູ່ ຮ່າໂນ້ຍ ດ້ວຍຫົວຂໍ້ “ລັດຖະບານ ແລະ ບັນດາກຸ່ມບໍລິສັດພາກເອກະຊົນພ້ອມກັນຮ່ວມເດີນທາງເພື່ອພັດທະນາເສດຖະກິດ”.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະກັບບັນດາກຸ່ມບໍລິສັດພາກເອກະຊົນ
ພາບ:Vietnam+
      ນີ້ແມ່ນໂອກາດເພື່ອໃຫ້ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ ຮັບຟັງບັນດາຂໍ້ຕິດຂັດ ຊື່ງວິສາຫະກິດພາກເອກະຊົນ ພວມປະສົບ, ບັນດາບັນຫາວາງອອກໃນການຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 5 (ຊຸດທີ 12) ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຖືວ່າ ຜົນສຳເລັດຂອງເສດຖະກິດພາກເອກະຊົນເມື່ອທຽບໃສ່ຊຸມປີກ່ອນນີ້ແມ່ນໃຫຍ່ຫລວງ. ປະຈຸບັນ ຢູ່ຫວຽດນາມ, ໃນຍອດຈຳນວນວິສາຫະກິດ ເກືອຍ 500.000 ແຫ່ງນັ້ນ, ວິສາຫະກິດພາກເອກະຊົນກວມເອົາເຖິງ 96,7 %. ເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງແຮງກວ່າ, ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຕ້ອງຊອກຫາຂໍ້ຕັດຂັດ ແລະ ມີມາດຕະການແກ້ໄຂ.
        “ຫວຽດນາມ ພວມປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 12 ກ່ຽວກັບເສດຖະກິດພາກເອກະຊົນ. ສະນັ້ນ ສຽງເວົ້າຂອງວິສາຫະກິດພາກເອກະຊົນຈະປະກອບສ່ວນແກ້ໄຂບັນດາບັນຫາວາງອອກຂອງປະເທດຊາດ. ພວກຂ້າພະເຈົ້າຢາກຮັບຟັງຄຳເຫັນຈາກບັນດາວິສາຫະກິດ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງກອບກົດໝາຍ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີສຸດໃຫ້ວິສາຫະກິດພາກເອກະຊົນ ຫວຽດນາມ ພັດທະນາຢ່າງຖືກທິດ, ນັບມື້ນັບມີຫລາຍກຸ່ມບໍລິສັດພາກເອກະຊົນເຕີບໃຫຍ່.”
ປະຈຸບັນ ບັນດາວິສາຫະກິດພາກເອກະຊົນຫວຽດນາມພວມປະກອບສ່ວນກວ່າ 43% ໃຫ້ແກ່ GDP ຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top