ຕອນຄ່ຳວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 26 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ວາລະປະຊຸມໄດ້ເຊື່ອມຕໍ່ທາງອອນລາຍກັບ 22 ແຂວງ, ນະຄອນເຂດແຄມທະເລ. ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຕິດຕາມ, ຄຸ້ມຄອງພົນລະເມືອງ; ຫັນຄວາມຮັບຜິດຊອບ, ຕ້ານການຂຸດຄົ້ນ IUU ໃຫ້ເປັນໜ້າທີ່ບຸກຄົນ.
ປະຈຸບັນ, ທົ່ວປະເທດມີກຳປັ່ນ 79.231 ລຳໄດ້ອັບເດດຂໍ້ມູນໃນ Vnfishbase (ບັນລຸ 100%). ໃນອາທິດຜ່ານມາໄດ້ປະຕິບັດການກວດກາ, ຄວບຄຸມກຳປັ່ນເຂົ້າທຽບທ່າ 3.056 ຄັ້ງ - ອອກຈາກທ່າ 3.165 ຄັ້ງ ຕາມຂໍ້ກຳນົດ ແລະ ຕິດຕາມປະລິມານສິນໃນນ້ຳທີ່ຂຸດຄົ້ນຜ່ານທ່າກຳປັ່ນແມ່ນ 8.765 ໂຕນ. ໃນອາທິດຜ່ານມາບ່ເກີດມີກໍລະນີກຳປັ່ນລະເມີດເຂດທະເລຕ່າງປະເທດຖືກຈັບຕົວ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາທ້ອງຖິ່ນສຸມໃສ່ກວດກາ, ຄວບຄຸມຊາວປະມົງຢ່າງເຂັ້ມງວດ.
“ຂ້າພະເຈົ້າສະເໜີຕ້ອງເຮັດແຈ້ງ, ພົນລະເມືອງຂອງທ້ອງຖິ່ນໃດ, ທ້ອງຖິ່ນນັ້ນຕ້ອງຮັບຜິດຊອບ. ກ່ອນອື່ນໝົດແມ່ນເລຂາທິການ, ປະທານທ້ອງຖິ່ນຕ້ອງຮັບຜິດຊອບ, ຕ້ອງຫັນໜ້າທີ່ຄວາມຮັບຜິດຊອບເປັນສ່ວນບຸກຄົນ. ປະຈຸບັນໄດ້ຕິດຕັ້ງ Vneid ແລ້ວ, ຕ້ອງກວດກາໄດ້ພົນລະເມືອງຂອງຕົນໄປໃສ, ເຮັດຫຍັງຈຶ່ງຍັງບໍ່ທັນກັບມາ ກໍ່ຕ້ອງຮູ້. ບັນດາເຄື່ອງມືມີຢູ່ແລ້ວຖ້າເຮັດບໍ່ໄດ້ ພະນັກງານຄຸ້ມຄອງຕ້ອງແມ່ນຜູ້ຮັບຜິດຊອບ.”
ປະຈຸບັນ, ມີ 7/22 ແຂວງ, ນະຄອນຫາກໍ່ປະກາດໃຊ້ນະໂຍບາຍຫັນປ່ຽນອາຊີບໃຫ້ແກ່ປະຊາຊົນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນ 5 ວັນຈະມາເຖິງ, 15 ແຂວງ, ນະຄອນທີ່ຍັງເຫຼືອຕ້ອງສ້າງນະໂຍບາຍຫັນປ່ຽນອາຊີບໃຫ້ສຳເລັດ.







