• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຼິ​ກາ​ໃຕ້ Paul Mashatile

ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ ປາດຖະໜາກຢາກໃຫ້ ຫວຽດນາມ ໜູນຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມື ກັບ ອາຊຽນ, ຢັ້ງຢືນວ່າ ອາບຟຼິກາໃຕ້ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ພາສີເຂດພາກໃຕ້ ອາບຟຼິກກາ.
ການພົບປະລະຫວ່າງສອງຝ່າຍ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ, ທ່ານຮອງປະທານາທິບໍດີ ສ. ອາຟຼິກາໃຕ້ Paul Mashatile ແລະ ພັນລະຍາ ໄດ້ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 15 ທັນວາ. ຕອນເຊົ້າວັນທີ 14 ທັນວາ, ຢູ່ທຳນຽບປະທານປະເທດ, ພາຍຫຼັງພິທີຕ້ອນຮັບທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ  ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ ຮອງປະທານາທິບໍດີ ສ. ອາຟຼິກາໃຕ້ Paul Mashatile. ທີ່ການພົບປະເຈລະຈາ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນທຸກຊ່ອງທາງການຕ່າງປະເທດພັກ, ການທູດລັດ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂະແໜງການ, ທຸກຂັ້ນ… ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ ປາດຖະໜາກຢາກໃຫ້ ຫວຽດນາມ ໜູນຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມື ກັບ ອາຊຽນ, ຢັ້ງຢືນວ່າ ອາບຟຼິກາໃຕ້ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ພາສີເຂດພາກໃຕ້ ອາບຟຼິກກາ. ສ່ວນທ່ານນາງ ຫວໍທິແອັງຊວັນ ໄດ້ສະເໜີສອງຝ່າຍສົມທົບກັນຄົ້ນຄ້ວາ, ຊຸກຍູ້ການເຈລະຈາສ້າງບັນດາຂອບເຂດການຮ່ວມມືກ່ຽວກັບການຄ້າ, ການລົງທຶນສອງຝ່າຍ, ສູ້ຊົນນຳວົງເງິນການຄ້າສອງປະເທດຂຶ້ນເຖິງ 2 ຕື້ USD ໃນໄລຍະຈະມາເຖິງ, ສົ່ງເສີມການລົງທຶນເຂົ້າຕະຫຼາດຂອງກັນ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ພັດທະນາລົດໄຟຟ້າ, ຖ່ານລົດໄຟຟ້າ, ການຢາ, ວັດຖຸອຸປະກອນອຸດສາຫະກຳ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ກະສິກຳ, ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອະນຸລັກຮັກສາສັດປ່າ.

ສິ້ນສຸດການເຈລະຈາ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ທ່ານຮອງປະທານາທິບໍດີ Paul Mashatile ໄດ້ພ້ອມກັນເປັນສັກຂີພິຍານພິທີມອບຮັບບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງລັດຖະບານສອງປະເທດໃນຂົງເຂດສຶກສາຂັ້ນປະລິນຍາຕີ.

ຕອນບ່າຍໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີສາທາລະນະລັດ ອາຟະລິກາ ໃຕ້ Paul Mashatile.ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາກັບ ອາຟະລິກາໃຕ້ ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມື, ເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ. ສ່ວນທ່ານຮອງປະທານາທິບໍດີ Paul Mashatile ຢັ້ງຢືນວ່າ ກອງປະຊຸມໃຫຍ່ພັກຊົນຊາດ ອາຟະລິກາ (ANC), ລັດ ແລະ ລັດຖະບານ ອາຟະລິກາໃຕ້ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top