• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ ​ພົບ​ປະເຈ​ລະ​ຈາ ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ຟ​ຼິກ​ກາ​ໃຕ້

ທີ່ການເຈລະຈາ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ.
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ພົບປະເຈລະຈາ ກັບທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ອາບຟຼິກກາໃຕ້ ຢ່າງເປັນທາງການໃນລະຫວ່າງວັນທີ 14 ຫາວັນທີ 17 ກັນຍາ. ຕອນເຊົ້າວັນທີ 15 ກັນຍາ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ ທຳນຽບປະທານາທິບໍດີ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile ໄດ້ເປັນປະທານຮ່ວມການພົບປະເຈລະຈາຢ່າງເປັນທາງການ.

ທີ່ການເຈລະຈາ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ. ຫວຽດນາມ ແລະ ອາບຟຼິກກາໃຕ້ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນຢູ່ອາບຟຼິກກາໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ອາບຟຼິກກາໃຕ້ແມ່ນ ຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ອາບຟຼິກກາ ດ້ວຍວົງເງິນສອງສົ້ນບັນລຸເກືອບ 1,3 ຕື້ USD ໃນປີ 2022. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ວັດທະນະທຳ, ການສຶກສາ - ການບຳລຸງສ້າງ ແລະ ການພົບປະແລກປ່ຽນປະຊາຊົນ ກໍບັນລຸໄດ້ບັນດາບາດກ້າວທີ່ຕັ້ງໜ້າ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ ແລະ ມາດຕະການໃຫຍ່, ຕັດສິນໃຈຊຸກຍູ້ການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາບຟຼິກກາໃຕ້ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ. ກ່ຽວກັບດ້ານການເມືອງ - ການທູດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍບົດບາດ ຂອງບັນດາກົນໄກຮ່ວມມືສອງຝ່າຍ, ປັບປຸງກອບນິຕິກຳຜ່ານການປະຕິບັດສຳເລັດ ແລະ ລົງນາມບັນດາຂໍ້ຕົກລົງໃນຂົງເຂດການສຶກສາ, ແຮ່ທາດ…

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top