• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນເດຍ

ໂດຍຮັບຄຳເຊີນຂອງທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu,ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ໄປຢ້ຽມຢາມ ສ.ອິນເດຍ ລະຫ່ວາງ ວັນທີ 11-13 ກຸມພາ ຢ່າງເປັນທາງການ.

ທ່ານຮອງປະທານາທິບໍດີອິນເດຍ Venkaiah Naidu ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ  ດັ້ງທິງອັກທິງ (ພາບ: baoquocte.vn)

ໃນການພົບປະເຈລະຈາ ໃນວັນທີ 12 ກຸມພາ, ທ່ານຮອງປະທານາທິບໍດີ Venkaiah Naidu ແລະ ທ່ານນາງຮອງປະທານປະເທດ  ດັ້ງທິງອັກທິງ ໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກ່ວາອີກ, ເປັນຕົ້ນແມ່ນໃນບັນດາເສົາຄ້ຳສຳຄັນຄື ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃຫ້ຫຼາຍກ່ວາອີກຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແບ່ງປັນຫຼັກໝັ້ນ ແລະ ສົມທົບກັນຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກບົນພື້ນຖານເຄົາລົບກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top