ທ່ານນາງຮອງປະທານປະເທດຫວຽດນາມ ດັ່ງທິງັອກທິ້ງ ກ່າວຄໍາເຫັນທີ່ການເຮັດວຽກ
(ພາບ: daknong.gov.vn)
ທີ່ການເຮັດວຽກ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ປາດຖະໜາວ່າ ແຂວງດັກນົງ ຈະສືບຕໍ່ເອົາໃຈໃສ່ເຖິງວຽກງານສະຫວັດດີການສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພ້ອມກັນນັ້ນ ກໍຕ້ອງມີບັນດາແຜນນະໂຍບາຍຖືກຕ້ອງ ເພື່ອແກ້ໄຂບັນດາບັນຫາ ເປັນຕົ້ນແມ່ນ ການຍົກຍ້າຍຖິ່ນຖານແບບຊະຊາຍ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ກໍໄດ້ສະເໜີໃຫ້ທາງແຂວງດັກນົງ ຈົ່ງສຸມໃສ່ວຽກງານປະຕິຮູບການບໍລິຫານ, ສ້າງເງື່ອນໄຂ ເພື່ອຊ່ວຍໃຫ້ວິສາຫະກິດ, ປະຊາຊົນ ເປີດກວ້າງການທໍາການຜະລິດ, ການດໍາເນີນທຸລະກິດ. ໄປຄຽງຄູ່ກັນນັ້ນ, ທາງແຂວງກໍຕ້ອງຢຶດໝັ້ນບັນດາເປົ້າໝາຍ, ພິເສດແມ່ນເປົ້າໝາຍ ກ່ຽວກັບໂຄງປະກອບກະສິກໍາ, ການປູກປ່າ, ການປົກປັກຮັກສາປ່າ; ສືບຕໍ່ໃກ້ຊິດຕິດແທດ, ເຊື່ອມຊຶມ, ປະຕິບັດບັນດາຄໍາສັ່ງ, ມະຕິຂອງສູນກາງ ຢ່າງເຂັ້ມງວດ.
ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນປະຖົມ 02 ແຫ່ງຄື ໂຮງຮຽນລາວັນເກົາ ແລະ ໂຮງຮຽນເລເລີ້ຍ ຢູ່ຕາແສງ ດັກເຣີມັງ,ເມືອງດັກເກີລອງ.
(ແຫຼ່ງຄັດຈາກ VOV)