• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄຂກອງປະຊຸມສະພາປະຊາຊົນນະຄອນຮ່າໂນ້ຍ

      ຕອນເຊ້ົາວັນທີ 6 ກໍລະກົດ, ສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ດໍາເນີນພິທີໄຂກອງປະຊຸມຄັ້ງທີີ 15, ສະພາປະຊາຊົນຊຸດທີ 15, ອາຍຸການ 2016 – 2021.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN) 
      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງເສດຖະກິດຂອງນະຄອນຮ່າໂນ້ຍໃນໄລຍະ 6 ເດືອນຕົ້ນປີ 2020 ສືບຕໍ່ເຕີບໂຕ, ຍອດຜະລິດຕະພັນພາຍໃນບໍລິເວນຮ່າໂນ້ຍ ຄາດວ່າເພີ່ມຂຶ້ນ 3,39% ເຊິ່ງສູງກວ່າ ລະດັບ 1,81% ຍອດຜະລິດຕະພັນພາຍໃນປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ນະຄອນ ຮ່າໂນ້ຍ ສືບຕໍ່ຍູ້ແຮງການປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ປົວແປງສະພາບແວດລ້ອມດໍາເນີນທຸລະກິດ, ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ບັນຫາຮ້ອນເຮັ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັ້ກວ່າ:
        “ຕ້ອງຍົກສູງປະສິດທິຜົນຂອງໜ້າທີ່ຕິດຕາມກວດກາ ເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກອໍານາດປົກຄອງນະຄອນຮ່າໂນ້ຍ. ສຸມໃສ່ການຕິດຕາມກວດກາບັນດາບັນຫາສໍາຄັນ, ບັນຫາທີ່ປະຊາຊົນພວມສົນໃຈ, ເປັນເຈົ້າການສົມທົບກັບ ແນວໂຮມປະເທດຊາດ, ໝູ່ຄະນະ, ອົງການສື່ມວນຊົນ, ພ້ອມກັບປະຊາຊົນພິຈາລະນາ ແລະ ແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ບັນດາບົດສະຫຼຸບພາຍຫຼັງການຕິດຕາມກວດກາຢ່າງສົມເຫດສົມຜົນ. ພ້ອມກັນນັ້ນ, ສືບຕໍ່ປະຕິບັດວຽກງານພົບປະກັບຜູ້ມີສິດເລືອກຕັ້ງໃຫ້ເປັນຢ່າງດີ ເພື່ອກໍາແໜ້ນຄວາມໃນໃຈ, ຄວາມມຸ່ງຫວັງຂອງປະຊາຊົນ ປະກອບສ່ວນຍົກສູງທີ່ຕັ້ງ ແລະ ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນຕື່ມອີກ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top