• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງດັ້ງທິງອກທິ້ງຮອງປະທານປະເທດ ໃຫ້ການຕ້ອນຮັບປະທານ ອົງການ Operation Smile

      ວຽດນາມຈະ ຕັ້ງໜ້າສົມທົບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ອົງການ Operation Smile ເພື່ອນຳມາເຊິ່ງຮອຍຍິ້ມໃຫ້ແກ່ເດັກນ້ອຍພິການມາແຕ່ເກີດຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ

ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ແລະ ທ່ານ ນາງ Kathy Magee
ປະທານອົງການ Operation Smile (ພາບ: qdnd.vn )
      ຕອນບ່າຍວັນທີ 1 ເມສາ, ຢູ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງອກທິ້ງ, ຮອງປະທານປະເທດ ຫວຽດນາມ, ປະທານສະພາປົກປ້ອງກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ນາງ Kathy Magee, ປະທານອົງການ Operation Smile. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດໄດ້ຢັ້ງຢືນວ່າ ຫວຽດນາມຈະ ຕັ້ງໜ້າສົມທົບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ອົງການ Operation Smile ເພື່ອນຳມາເຊິ່ງຮອຍຍິ້ມໃຫ້ແກ່ເດັກນ້ອຍພິການມາແຕ່ເກີດຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ. ທ່ານນາງຮອງປະທານປະເທດມີປາດຖະໜາວ່າ ໃນໄລຍະທີ່ຈະເຖິງ ອົງການຈະມີບັນດາໂຄງການທີ່ມຸ່ງໄປສູ່ການ ປິ່ນປົວຢ່າງຮອບດ້ານໃຫ້ແກ່ຄົນເຈັບ ແລະ ຊ່ວຍເຫຼືອເດັກນ້ອຍເຊື່ອນຕົວກັບປະຊາຄົມເທື່ອລະກ້າວ. ສ່ວນທ່ານນາງ Kathy Magee ສະແດງຄວາມຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງມີປະສິດທິຜົນເພື່ອຈັດຕັ້ງຫຼາຍໂຄງການທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍຕື່ມອີກ, ເພີ່ມທະວີການເຊື່ອມຕໍ່ຂໍ້ມູນຂ່າວສານກ່ຽວກັບບັນດາກໍລະນີເດັກນ້ອຍທີ່ຕ້ອງການການໜູນຊ່ວຍເພື່ອໃຫ້ນັບມື້ນັບມີເດັກນ້ອຍພິການມາແຕ່ເກີດໄດ້ມີຊີວິດທີ່ສົດໃສກ່ວາ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ.

Top