• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 350 ລ້ານ​ຄົນ

ກ່ຽວກັບການສັກວັກຊິນັນໂຄວິດ - 19, ສຳນັກຂ່າວສານ Bloomberg ໃຫ້ຮູ້ວ່າທົ່ວໂລກ ມີ 184 ປະເທດ ໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 9,9 ຕື້ໂດສ ໃຫ້ແກ່ປະຊາຊົນ, ທຽບເທົ່າປະມານ 36,4 ລ້ານໂດສຕໍ່ວັນ.
ພາບປະກອບ: ກະຊວງສາທາລະນະສຸກ

ຕາມເວັບໄຊສະຖິຕິ ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ເກືອບ 350 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 5,6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ16 ໂມງຂອງວັນທີ 22 ມັງກອນ ຫາເວລາ 16 ໂມງຂອງວັນທີ 23 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.978 ຄົນ ຢູ່ 62 ແຂວງ, ນະຄອນ. ໃນນັ້ນ ຮ່າໂນ້ຍ ສືບຕໍ່ແມ່ນທທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດໃນທົ່ວປະເທດ ດວ້ຍຈຳນວນຜູ້ຕິດເຊື້ອແມ່ນ 2.967 ຄົນ. ກ່ຽວກັບວຽກງານສັກວັກຊິນກັນໂຄວິດ - 19, ໄລ່ຮອດເວລາ 14 ໂມງ 30 ນາທີ ຂອງວັນທີ 23 ມັງກອນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 176 ລ້ານໂດສ.

ກ່ຽວກັບການສັກວັກຊິນັນໂຄວິດ - 19, ສຳນັກຂ່າວສານ Bloomberg ໃຫ້ຮູ້ວ່າທົ່ວໂລກ ມີ 184 ປະເທດ ໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 9,9 ຕື້ໂດສ ໃຫ້ແກ່ປະຊາຊົນ, ທຽບເທົ່າປະມານ 36,4 ລ້ານໂດສຕໍ່ວັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເກືອບ 40 ຕື້ SDG (ປະ​ມານ 30,9 ຕື້ USD).

Top