• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 178,6 ລ້ານຄົນ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດເກືອບ 178,6 ລ້ານຄົນ, ໃນນັ້ນເກືອບ 3,87 ລ້ານຄົນເສຍຊີວິດ.
ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.620 ຄົນ
(ພາບປະກອບ: TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 19 ມິຖຸນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດເກືອບ 178,6 ລ້ານຄົນ, ໃນນັ້ນເກືອບ 3,87 ລ້ານຄົນເສຍຊີວິດ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ມີຜູ້ຕິດເຊື້ອພະຍາດໃໝ່ເກືອບ 400.000 ຄົນ ແລະ ກວ່າ 8.500 ຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
        ກ່ຽວຂ້ອງເຖິງການແຜ່ລະບາດຂອງໄວຣັດ Delta, ນັກວິທະຍາສາດແຖວໜ້າໂລກຢູ່ອົງການອະນາໄມໂລກ (WHO) Soumya Swaminathan ກ່າວເຕື່ອນວ່າ, ນີ້ອາດຈະກາຍເປັນໄວຣັດສາຍພັນໃໝ່ກໍ່ໃຫ້ເກີດຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ເປັນສ່ວນຫຼາຍ. ປະຈຸບັນ, WHO ໄດ້ແບ່ງໄວຣັດ Delta ຢູ່ລະດັບ “ສາຍພັນໃໝ່ທີ່ໜ້າວິຕົກກັງວົນ”.
        ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 18 ມິຖຸນາ ຫາເວລາ 12 ໂມງຂອງວັນທີ 19 ມິຖຸນາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 206 ຄົນ ຢູ່ໃນເຂດແຍກຕົວ ຫຼື ເຂດຖືກປິດລ້ອມ; 3 ຄົນເຂົ້າເມືອງ ໄດ້ຮັບການແຍກຕົວໂດຍທັນທີ. ໃນຈຳນວນຜູ້ຕິດໃໝ່, ນະຄອນ ໂຮ່ຈິມະນ ມີ 104 ຄົນ.
        ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.620 ຄົນ, ຈຳນວນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.733 ຄົນ, ມີ 62 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງ​ພ້ອມກັບ​ບັນ​ດາ​ສະ​ມາ​ຊິກ CICA

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງ​ພ້ອມກັບ​ບັນ​ດາ​ສະ​ມາ​ຊິກ CICA

ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຕີ​ລາ​ຄາ​ສູງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາກວ່າ 30 ປີ​ຜ່ານ​ມາ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ CICA ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົ​ນທະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

Top