ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ຢູ່ກອງປະຊຸມພົບປະກັບບັນດາກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກຢູ່ສະໄໝຕ່າງໆ, ກຳມະກາສູນກາງພັກຊຸດທີ XIII ບໍ່ໄດ້ຮັບການເລືອກຕັ້ງໃນສະໄໝທີ XIV ແລະ ມອບຫຼຽນໄຊ, ມອບຫຼຽນກາພັກເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ 2 ກັນຍາ. ເຫດການໄດ້ດຳເນີນໃນຕອນເຊົ້າຂອງວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກຈັດຕັ້ງ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈິ່ນເກິມຕູ້ ຜູ້ປະຈຳການຄະນະເລຂາສູນກາງພັກ.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຕ້ອງຮັກສາ, ເພີ່ມທະວີການຊີ້ນຳຢ່າງຮອບດ້ານຂອງພັກ; ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ສັງຄົມນິຍົມ; ຍົກສູງຄວາມສາມາດໃນການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ. ສາມັກຄີ, ເປັນເອກະພາບຕ້ອງອີງຕາມຫຼັກການ, ໂຄງການດຳເນີນງານ, ກົດລະບຽບຂອງພັກ, ຜົນປະໂຫຍດແຫ່ງຊາດ ແລະ ຄວາມຮັບຜິດຊອບ ຕໍ່ປະຊາຊົນ.
ຕ້ອງເຮັດແນວໃດ ໃຫ້ກົງຈັກ ພາຍຫຼັງໄດ້ຮັບການປັງປຸງມີຄວາມກະທັດລັດ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນຢ່າງແທ້ຈິງ. ໄມ້ວັດແທກບໍ່ພຽງແຕ່ຫຼຸດຜ່ອນຫົວໜ່ວຍ, ອົງການເທົ່ານັ້ນ ຫາກຍັງຕັດສິນໄວກວ່າ, ມີການປະສານສົມທົບຢ່າງສະດວກ, ນຳໃຊ້ແຫຼ່ງກຳລັງໃຫ້ດີກວ່າ, ປະຊາຊົນ ແລະ ວິສາຫະກິດໄດ້ຮັບໃຊ້ຢ່າງສະດວກກວ່າບໍ່. ແບ່ງຂັ້ນ, ແບ່ງສິດອຳນາດຕ້ອງໄປຄຽງຄູ່ກັບແຫຼ່ງກຳລັງ, ຄວາມສາມາດ, ຄວາມຮັບຜິດຊອບອະທິດປາຍ ແລະ ຄວບຄຸມສິດອຳນາດ. ແຕ່ລະໜ້າທີ່ຕ້ອງເຮັດແຈ້ງເປົ້າໝາຍ, ມີຄົນຮັບຜິດຊອບຢ່າງຈະແຈ້ງ, ມີເວລາ, ແຫຼ່ງກຳລັງ ແລະ ໝາກຜົນລະອຽດ. ຕ້ອງປ່ຽນແປງໃໝ່ຢ່າງແຮງຮູບແບບການພັດທະນາປະເທດຊາດ, ນັບມື້ນັບອີງຕາມ ສະມັດຕະພາບ, ພູມປັນຍາ, ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຄຸນນະພາບມະນຸດຫຼາຍກວ່າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າການພັດທະນາໂດຍໄວໄປຄຽງຄູ່ກັບຄວາມຍືນຍົງ; ການເຕີບໂຕສູງຕ້ອງຕິດພັນກັບຄວາມສາມາດເປັນເຈົ້າຕົນເອງ, ກຳລັງຮັບມື, ຄວາມສາມາດເປັນເຈົ້າເຕັກໂນໂລຢີ ແລະ ບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ. ພ້ອມທັງຕ້ອງຖືປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ ແລະ ກຳລັງໜູນຂອງທຸກນະໂຍບາຍຊີ້ຂາດ; ທຸກແຜນນະໂຍບາຍຕ້ອງເລີ່ມມາຈາກການດຳລົງຊີວິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.






