ໂລກພວມຕ້ອງປະເຊີນໜ້າກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນຮອບເວລາແຕ່ວັນທີ 7 – 14 ສິງຫາ, ໃນທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4,5 ຣິດເຕີຂຶ້ນໄປ, ໃນນັ້ນມີ 2 ຄັ້ງມີຄວາມແຮງກວ່າ 7 ຣິດເຕີ ເກີດຂຶ້ນຢູ່ສອງປະເທດຢູ່ ມະຫາສະໝຸດປາຊີຟິກ.
ກຳລັງກູ້ໄພກູ້ຊີບຢູ່ເຂດ Cali, ປະເທດ Colombia ໃນວັນທີ 12/8/2026 (ພາບ: ຊິນຮວາ/VNA)
ຢູ່ອາເມລິກາໃຕ້, ປະເທດ Peru ແລະ Colombia ພວມສືບຕໍ່ປະເຊີນໜ້າກັບເຫດແຜ່ນດິນໄຫວ ໃນສະພາບການ ວຽກງານກູ້ໄພກູ້ຊີບສາກົນ ພວມດຳເນີນສຸກເສີນເພື່ອແນໃສ່ ແກ້ໄຂຜົນຮ້າຍຢ້ອນຫຼັງຂອງເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 10 ສິງຫາ ຜ່ານມາ. ພິເສດ, ຢູ່ Peru ພວມໃນສະພາບເຝົ້າລະວັງ ພາຍຫຼັງຮັບຮູ້ສະພາບສັ່ນສະເທືອນຢ່າງຕໍ່ເນື່ອງໃນວັນທີ 14 – 15 ສິງຫາ ຢູ່ຫຼາຍເຂດຂອງປະເທດນີ້. ໃນຂະນະນັ້ນ, ມາຮອດປະຈຸບັນ, ໄພພິບັດແຜ່ນດິນໄຫວໃນວັນທີ 10 ສິງຫາ ຢູ່ Colombia ເຮັດໃຫ້ມີຜູ້ເສຍຊີວິດ 294 ຄົນ, ກວ່າ 300 ຄົນຖືກຫາຍສາບສູນ ແລະ ນັບພັນໆຄົນຖືກບາດເຈັບ.
ສ່ວນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ປະເທດເກາະ ອິນໂດເນເຊຍ ຕ້ອງປະເຊີນໜ້າກັບແຜ່ນດິນໄຫວ 3 ຄັ້ງມີຄວາມແຮງແຕ່ 6,2 – 7,7 ຣິດເຕີ ຢູ່ Sumatra, Sulawesi ກາງ ແລະ Nusa Tenggara ຕາເວັນອອກ. ເຫດແຜ່ນດິນໄຫວຢູ່ Nusa Tenggara ຕາເວັນອອກ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 53 ຄົນເສຍຊີວິດ, ກວ່າ 130 ຄົນຖືກບາດເຈັບ, ປະມານ 5.000 ຄົນໄດ້ອົບພະຍົບ ຍ້ອນແຜ່ນດິນໄຫວ ເຮັດໃຫ້ດິນເຊາະເຈື່ອນ, ເຮືຶອນຊານເປ່ເພ ແລະ ເສັ້ນທາງຖືກຕັດຂາດ.
(ແຫຼ່ງຄັດຈາກ VOV)