ຂ່າວສານ

ທຸກແຜນ​ນະ​ໂຍ​ບາຍ​ຕ້ອງ​ເລີ່ມ​ມາ​ຈາກ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ

ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຢ່າງ​ຮອບ​ດ້ານ​ຂອງ​ພັກ; ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍເອ​ກະ​ລາດ​ຊົນ​ຊາດ ແລະ ​ສັງ​ຄົມນິ​ຍົມ; ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ກຳ​ອຳ​ນາດ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ.
  ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ການ​ພົບ​ປະ (ພາບ: VNA)  

ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢູ່ກອງ​ປະ​ຊຸມ​ພົບ​ປະ​ກັບ​ບັນ​ດາ​ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກຢູ່​ສະ​ໄໝ​ຕ່າງໆ, ກຳ​ມະ​ກາ​ສູນ​ກາງ​ພັກ​ຊຸດ​ທີ XIII ບໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ສະ​ໄໝທີ XIV ແລະ ມອບຫຼຽນ​ໄຊ, ມອບຫຼຽນ​ກາ​ພັກ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິ​ງ​ຫາ ແລະ ວັ​ນ​ຊາດຫວຽດ​ນາມ​ທີ 2 ກັນ​ຍາ. ເຫ​ດການ​ໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 18 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ໂດຍ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກຈັດ​ຕັ້ງ. ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍັງ​ມີ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ​ ເຈິ່ນ​ແທັງ​ເໝິນປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນວ່າ ຕ້ອງ​ຮັກ​ສາ, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຢ່າງ​ຮອບ​ດ້ານ​ຂອງ​ພັກ; ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍເອ​ກະ​ລາດ​ຊົນ​ຊາດ ແລະ ​ສັງ​ຄົມນິ​ຍົມ; ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ກຳ​ອຳ​ນາດ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ. ສາ​ມັກ​ຄີ, ​ເປັນ​ເອ​ກະ​ພາບ​ຕ້ອງ​ອີງ​ຕາມຫຼັກ​ການ, ໂຄງ​ການ​ດຳ​ເນີນ​ງານ, ກົດ​ລະ​ບຽບຂອງ​ພັກ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ຄວາມ​ຮັບ​ຜິດ​ຊອບ ຕໍ່​​ປະ​ຊາ​ຊົນ.

ຕ້ອງ​ເຮັດ​ແນວ​ໃດ​ ໃຫ້​ກົງ​ຈັກ ​ພາຍຫຼັງໄດ້​ຮັບ​ການ​ປັງ​ປຸງ​ມີ​ຄວາມ​ກະ​ທັດ​ລັດ, ເຂັ້ມ​ແຂງ, ມີ​​ປະ​ສິດ​ທິພາບ, ປະ​ສິດ​ທິ​ຜົນຢ່າງ​ແທ້​ຈິງ. ໄມ້​ວັດ​ແທກ​ບໍ່​ພຽງ​ແຕ່​ຫຼຸດ​ຜ່ອນ​ຫົວ​ໜ່ວຍ, ອົງ​ການ​ເທົ່າ​ນັ້ນ ຫາກ​ຍັງ​ຕັດ​ສິນ​ໄວ​ກວ່າ, ມີກ​ານ​ປະ​ສານ​ສ​ົມ​ທົບ​ຢ່າງ​ສະ​ດວກ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ໃຫ້​ດີກວ່າ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ໄດ້​ຮັບ​ໃຊ້ຢ່າງ​ສະ​ດວກກວ່າ​ບໍ່. ແບ່ງ​ຂັ້ນ, ແບ່ງ​ສິດ​ອຳ​ນາດ​ຕ້ອງ​ໄປ​ຄຽງ​ຄູ່​ກັ​ບ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ, ຄວາມ​ຮັບ​ຜິດ​ຊອບ​ອະ​ທິດ​ປາຍ ແລະ ຄວບ​ຄຸມ​ສິດ​ອຳ​ນາດ. ແຕ່​ລະ​ໜ້າ​ທີ່​ຕ້ອງ​ເຮັດ​ແຈ້ງ​ເປົ້າ​ໝາຍ, ມີ​ຄົນ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ, ມີ​ເວ​ລາ, ແຫຼ່ງ​ກຳ​ລັງ​ ແລະ ໝາກ​ຜົນ​ລະ​ອຽດ. ຕ້ອງ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ຮູບ​ແບບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ນັບ​ມື້​ນັບອີງ​ຕາມ​ ​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຄຸນ​ນະ​ພາບ​ມະ​ນຸດຫຼາຍກວ່າ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​​ນປະ​ເທດ ຊີ້​ແຈ້ງວ່າ​ການ​ພັດ​ທະ​ນາ​ໂດຍ​ໄວ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຍືນ​ຍົງ; ການ​ເຕີບ​ໂຕ​ສູງ​ຕ້ອງ​ຕິດ​ພັນ​ກັບ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ, ກຳ​ລັງ​ຮັບ​ມື, ຄວາມ​ສາ​ມາດ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ ແລະ ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ. ພ້ອມ​ທັງ​ຕ້ອງ​ຖື​ປະ​ຊາ​ຊົນ​ເປັນ​​ໃຈ​ກາງ, ເປັນ​ເຈົ້າ​ຂອງ, ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ​ຂອງ​ທຸກ​ນະ​ໂຍ​ບາຍ​ຊີ້​ຂາດ; ທຸກ​ແຜນ​ນະ​ໂຍ​ບາຍ​ຕ້ອງ​ເລີ່ມ​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ.


top