• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກຄຳຕັດສິນຂອງພັກກອມມູນິດຫວຽດນາມ ເລີ່ມມາຈາກຜົນປະໂຫຍດຂອງປະຊາຊົນ

       ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ກຳປູເຈຍ, ທ່ານ Uch Laeng ນັກຊ່ຽວຊານອາຊີ ສັງກັດສະຖາບັນບັນດິດ ກຳປູເຈຍ ຖືວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນໜຶ່ງໃນບັນດາປະເທດປະທັບໃຈທີ່ສຸດໃນໂລກ.
  
ຜູ້ແທນລົງປະຊາມິຕິຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ພາບ: TTXVN)
      ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະສ້າງຕັ້ງພື້ນຖານຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາໄຊຊະນະທີ່ສະຫງ່າງາມກ່ວາອີກ. ທ່ານນາງ Julia Perie ຮອງປະທານພັກ Solidario ໃນສຳພັນທະມິດກຳອຳນາດ Frente de Todos ຂອງ ອັກຊັງຕິນ ໄດ້ເນັ້ນໜັກເຖິງໜຶ່ງໃນບັນດາຈຸດພົ້ນເດັ່ນ ເຊິ່ງນຳມາເຂິ່ງຜົນສຳເລັດໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນການເຂົ້າຮ່ວມປະກອບຄຳເຫັນຢ່າງຕັ້ງໜ້າຂອງສະມາຊິກພັກ ແລະ ປະຊາຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນຕະຫຼອດໄລຍະກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້.
            ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ກຳປູເຈຍ, ທ່ານ Uch Laeng ນັກຊ່ຽວຊານອາຊີ ສັງກັດສະຖາບັນບັນດິດ ກຳປູເຈຍ ຖືວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນໜຶ່ງໃນບັນດາປະເທດປະທັບໃຈທີ່ສຸດໃນໂລກ. ພັກກອມມູນິດຫວຽດນາມ ໄດ້ວາງອອກບັນດານະໂຍບາຍຢ່າງຖືກຕ້ອງ, ທັນການ, ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ, ການຄ້າ… ໃນການເຄື່ອນໄຫວທາງການທູດ, ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມຶື້ນັບສຳຄັນໃນເວທີສາກົນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top