• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ເລື່ອງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງໄດ້ຮັບຖືວ່າແມ່ນມາດຕະການຢ່າງມີປະສິດທິຜົນ ເພື່ອໃຫ້ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
  ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: VGP)  

 ໜຶ່ງໃນບັນດາເນື້ອໃນສຳຄັນທີ່ໄດ້ນຳມາປຶກສາຫາລືທີ່ກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XIII ເຊິ່ງພວມດຳເນີນໄປຢູ່ ຮ່າໂນ້ຍ ແມ່ນແຜນຮ່າງສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ. ຫາງສຽງຖືວ່າ, ນີ້ແມ່ນການສືບທອດຜົນງານຂອງຮູບແບບຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ເຊິ່ງເຄື່ອນໄຫວຢ່າງມີປະສິດທິຜົນໃນໄລຍະຜ່ານມາ. ແລະເລື່ອງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງໄດ້ຮັບຖືວ່າແມ່ນມາດຕະການຢ່າງມີປະສິດທິຜົນ ເພື່ອໃຫ້ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນ

ຮູບແບບຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຊີ້ນຳໂດຍກົງ ໄດ້ເປັນການພິສູດໃຫ້ເຫັນປະສິດທິຜົນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ. ສິ່ງທີ່ພິສູດນັ້ນແມ່ນຜ່ານດ້ານຈຳນວນຄະດີ, ການສໍ້ລາດບັງຫຼວງ, ເສດຖະກິດໄດ້ຄົ້ນພົບ, ການປັບໄໝລົງໂທດເພີ່ມຂຶ້ນ. ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ, ຄະນະກວດກາສູນກາງພັກ ໄດ້ປະຕິບັດການປັບໄໝລົງໂທດບາງອົງການຈັດຕັ້ງພັກຂຶ້ນກັບສູນກາງ, ພະນັກງານໂດຍສູນກາງຄຸ້ມຄອງ. ໝາກຜົນດັ່ງກ່າວໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ຍ້ອນເຫດນັ້ນ, ເລື່ອງຕ້ອງສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງຢ່າງທັນການນັ້ນແມ່ນບາດກ້າວທີ່ແທດຈິງ ເພື່ອຮ່ວມກັບການຊີ້ນຳຂອງສູນກາງ ຕາມຈິດໃຈ “ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນ, ສາຍຕັ້ງ - ສາຍຂວາງລຸລ່ວງລຸລ່ວງ”.

ມາຮອດປະຈຸບັນມີ 5 ແຂວງ, ນະຄອນຂຶ້ນກັບສູນກາງໄດ້ສ້າງຕັ້ງຄະນະຊີ້ນຳເພື່ອເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະພັກນະຄອນ, ຊີ້ນຳວຽກງານດັ່ງກ່າວ (ລວມມີ: ຮ່າໂນ້ຍ, ທາຍບິ່ງ, ຊອັກຈັງ, ອານຢາງ, ແຄງຮ່ວາ). ໃນບົດກ່າວປາໄສໄຂກອງປະຊຸມສູນກາງພັກຄັ້ງທີ 5, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ກໍ່ຊີ້ແຈ້ງວ່າ:

ສະເໜີໃຫ້ສູນກາງ ຄົ້ນຄວ້າ, ປະກອບຄຳເຫັນກ່ຽວກັບແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ ເພື່ອແນໃສ່ເພີ່ມທະວີການຊີ້ນຳ, ນຳພາ, ຜັນຂະຫຍາຍຢ່າງຄົບຊຸດຈາກຂັ້ນສູນກາງ ລົງຮອດທ້ອງຖິ່ນ ຕາມເນື້ອໃນຈິດໃຈຄືດັ່ງຂ້າພະເຈົ້າໄດ້ເວົ້າເປັນຫຼາຍຄັ້ງແລ້ວວ່າ “ທຸກຂັ້ນເປັນຈິດໜຶ່ງໃຈດຽວກັນ, ສາຍຕັ້ງ - ສາຍຂວາງລຸລ່ວງ”. ພວກເຮົາບໍ່ເຮັດແທນຂັ້ນແຂວງ, ຫາກຂັ້ນແຂວງຕ້ອງເຮັດເອງ. ພວກເຮົາມີທັງລະບົບ ສະນັ້ນ, ຂ້າພະເຈົ້າຄິດວ່າພວກເຮົາຈະປະຕິບັດໄດ້ເປັນຢ່າງດີກວ່າ”.

  (ທ່ານພົນຈັດຕະວາ ຫງວຽນມາຍໂບ້)  

 ແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມຈຳເປັນ

ຫາງສຽງຖືວ່າ, ຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໄດ້ຮັບການສ້າງຕັ້ງແມ່ນເບິ່ງຄືວ່າ “ແຂນທີ່ຕໍ່ຍາວ” ຂອງຄະນະຊີ້ນຳສູນກາງ. ຖ້າຫາກໄດ້ຮັບການຈັດຕັ້ງເປັນຢ່າງດີນັ້ນ, ຄະນະຊີ້ນຳຂັ້ນແຂວງຈະຊ່ວຍໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ນັບມື້ນັບແທດຈິງ, ທັນການ ແລະ ບັນລຸປະສິດທິຜົນຫຼາຍກວ່າ. ທ່ານພົນຈັດຕະວາ ຫງວຽນມາຍໂບ້, ອະດີດຜູ້ປະຈຳການກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ, ໃຫ້ຂໍ້ສັງເກດວ່າ:

ເລື່ອງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ແມ່ນບໍ່ພຽງແຕ່ປ້ອງກັນ, ຕ້ານການສໍ້ລາດບັງຫຼວງສຳລັບກໍລະນີເຊິ່ງກົມການເມືອງ, ຄະນະເລຂາທິການສູນກາງພັກຄຸ້ມຄອງເທົ່ານັ້ນ ຫາກຍັງຈັດແບ່ງຂັ້ນຄຸ້ມຄອງພະນັກງານທີ່ຂຶ້ນກັບຄະນະພັກຂັ້ນແຂວງ, ຄະນະພັກຂັ້ນເມືອງຄຸ້ມຄອງອີກດ້ວຍ. ສະນັ້ນ, ເລື່ອງສ້າງຕັ້ງຄະນະຊີ້ນຳເພື່ອເປັນການສະແດງໃຫ້ເຫັນຄວາມຄົບຊຸດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້. ແຜນນະໂຍບາຍດັ່ງກ່າວແມ່ນຖືກຕ້ອງ ແລະ ມີຄວາມຈຳເປັນ”.

ແຜນຮ່າງສ້າງຕັ້ງຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ ພວມໄດ້ຮັບການພິຈາລະນາ, ຕົກລົງທີ່ກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XIII ເຊິ່ງພວມດຳເນີນຢູ່ ຮ່າໂນ້ຍ. ຖ້າຫາກໄດ້ອະນຸດມັດຜ່ານນັ້ນ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃນໄລຍະຈະມາເຖິງ ຈະສືບຕໍ່ມີການຫັນປ່ຽນ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງຂອງການປະຕິວັດ ກໍຄືສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top