• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

ການເຄື່ອນໄຫວສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ, ກະຊວງປ້ອງກັນປະເທດ... ສຳລັບທະຫານ ແລະ ປະຊາຊົນຢູ່ບັນດາເຂດເກາະຂຶ້ນກັບເມືອງເກາະ ເຈື່ອງຊາ.
ກຳປັ່ນຂົນສົ່ງຂອງຂວັນບຸນເຕັດມາໃຫ້ບັນດາພະນັກງານ, ນັກຮົບ, ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດໃນໝູ່ເກາະ ເຈື່ອງຊາ (ພາບ: TTXVN)

ຕອນບ່າຍວັນທີ 03 ມັງກອນ, ຢູ່ທ່າກຳປັ່ນທະຫານ ກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດການຂົນສົ່ງຂອງຂວັນບຸນເຕັດ ແລະ ຢ້ຽມຢາມ, ອວຍພອນບຸນເຕັດປີ ມັງກອນ 2024 ບັນດາພະນັກງານ, ນັກຮົບ, ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດໃນໝູ່ເກາະ ເຈື່ອງຊາ. ການເຄື່ອນໄຫວສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ, ກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ; ແມ່ນນ້ຳໃຈ, ຄວາມສຸດອົກສຸດໃຈ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນ, ອົງການຈັດຕັ້ງໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ນັບຄົບຖ້ວນສຳລັບທະຫານ ແລະ ປະຊາຊົນຢູ່ບັນດາເຂດເກາະຂຶ້ນກັບເມືອງເກາະ ເຈື່ອງຊາ.

ທ່ານພັນເອກ ເລດິງຫາຍ, ຮອງຫົວໜ້າກອງພັນນ້ອຍ 146, ປະທານຄະນະກຳມະການປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສົ່ງສິນຄ້າມາໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມດຳລົງຊີວິດຢູ່ ເຈື່ອງຊາ ດ້ວຍນ້ຳໃຈຄວາມຮັບຜິດຊອບຢ່າງສູງສຸດ, ຝາກນ້ຳໃຈຄວາມຮັກແພງຂອງເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ. ດ້ວຍຈິດໃຈທີ່ວ່າ ເຂດດິນຕໍ່ແຜ່ນນຳເອົາອາລົມຈິດມາໃຫ້ ເຈື່ອງຊາ ແລະ ເຈື່ອງຊາ ຝາກຄວາມໄວ້ເນື້ອເຊື່ອໃຈໃຫ້ເຂດດິນຕໍ່ແຜ່ນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top