• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານໂລກ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ຫວຽດນາມ

      ຕອນບ່າຍວັນທີ 22 ມິຖຸນາ, ຢູ່່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການທະນາຄານໂລກ (WB)ປະຈໍາ ຫວຽດນາມເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. 

(ພາບປະກອບ: congthuong.vn)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ ທ່ານ Ousmane Dione - ເຊິ່ງເປັນເພື່ອນຜູ້ສະໜິດສະໜົມກັບຫວຽດນາມ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ໜ້າປະທັບໃຈໃຫ້ແກ່ການພົວພັນລະຫວ່າງ ທະນາຄານໂລກ ແລະ ຫວຽດນາມ; ພ້ອມທັງສະເໜີວ່າ ໃນຖານະເປັນຜູ້ອໍານວຍການແຫ່ງຊາດ WB ໃຫ້ 4 ປະເທດ ອາຟະລິກາ ໃນໄລຍະຈະມາເຖິງ, ທ່ານ Ousmane Dione ຈະເປັນຂົວຕໍ່ເປີດກວ້າງການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງຕະຫຼາດ ອາຟະລິກາ.
            ສ່ວນທ່ານ Ousmane Dione ເນັ້ນໜັກວ່າ ໃນອາຍຸການ 4 ປີ ຢູ່ຫວຽດນາມ ແມ່ນໄລຍະເວລາທີ່ໜ້າຈົດຈໍາທີ່ສຸດສໍາລັບທ່ານ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດຜົນ ແລະ ກາຍເປັນແບບຢ່າງໃນໂລກ. ທ່ານກໍຖືວ່າ, ປັດຈຸບັນ,ເລື່ອງຍາດແຍ່ງກາລະໂອກາດຟື້ນຟູເສດຖະກິດພາຍຫຼັງໂລກລະບາດ - 19 ແມ່ນຈຸດເວລາເໝາະສົມ ສໍາລັບຫວຽດນາມ. ທ່ານ Ousmane Dione ຢັ້ງຢືນວ່າ ທະນາຄານໂລກ ແລະ ຜູ້ອໍານວຍການຄົນຕໍ່ໄປ ຍາມໃດກໍຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ໃນຂະບວນວິວັດແຫ່ງການພັດທະນາ.
            ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Eric Sidgwick ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ ປະຈໍາຫວຽດນາມ(ADB).
 (ແຫຼ່ງຄັດຈາກ VOV)
 
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top