• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານໂລກສືບຕໍ່ພ້ອມກັບຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາ

ຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກຂົງເຂດ ຫວຽດນາມ, ລາວ, ກຳປູເຈຍ ພ້ອມກັບບັນດາເພື່ອນຮ່ວມງານ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ  

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການໜູນຊ່ວຍຂອງທະນາຄານໂລກ ໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ ດ້ວຍຍອດຈຳນວນທຶນຂຶ້ນເຖິງ 24 ຕື້ USD; ຫວັງວ່າທະນາຄານໂລກຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍປະຕິບັດບັນດາໂຄງການ ແລະ ນະໂຍບາຍຊຸກຍູ້ການເຕີບໂຕແບບຍືນຍົງ, ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ... ທ່ານນາຍົກລັດຖະມົນຕີ ຊົມເຊີຍທະນາຄານໂລກ ທີ່ໄດ້ໃຫ້ ຫວຽດນາມ ກູ້ຢືມເງິນ 11 ຕື້ກ່ວາ USD ໃນໄລຍະ 5 ປີຕໍ່ໜ້າ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ ຄົມມະນາຄົມຂະໜາດໃຫຍ່,ພະລັງງານ,ກະສິກຳ….

         ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh, ທ່ານນາງ Manuela V. Ferro ປາດຖະໜາວ່າ ຈະພ້ອມກັບ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາຮອດປີ 2030 ແລະ 2050 ດ້ວຍບັນດາການກະທຳ ແລະ ບັນດາໂຄງການລະອຽດ. ທ່ານນາງຮອງປະທານທະນາຄານໂລກ Manuela V. Ferro ໃຫ້ຮູ້ວ່າ: ທະນາຄານໂລກໄດ້ ແລະ ພວມສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການສຳນັກງານຂອງຫວຽດນາມ ເພື່ອກວດກາຄືນບັນດາໂຄງການຢ່າງລະອຽດ, ສ້າງຂອບຄູ່ຮ່ວມມື ລະຫວ່າງຫວຽດນາມ - ທະນາຄານໂລກໃນໄລຍະໃໝ່

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top