ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ອຳນາດການປົກຄອງນະຄອນ ດ່າໜັງ, ແນວໂຮມປະເທດຊາດ ບັນດາອົງການຈັດຕັ້ງມະຫາຊົນຢູ່ຕາແສງ ຢໍ່ໂໜຍ ສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ; ເສີມຂະຫຍາຍລັກສະນະປະຊາທິປະໄຕຢູ່ຂັ້ນຮາກຖານ, ເພີ່ມທະວີການສົນທະນາ, ຮັບຟັງຄຳເຫັນຂອງປະຊາຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະ ກຳລັງໜູນພັດທະນາ; ສ້າງອຳນາດການປົກຄອງຂັ້ນຮາກຖານໃຫ້ກະທັດລັດ, ຍອດຢ້ຽມ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕິດພັນກັບປະຊາຊົນ, ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ໄດ້ ແລະ ພວມເຮັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກພາຍຸນ້ຳຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.
ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບເງິນຈຳນວນ 20 ຕື້ດົ່ງ ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ, ປະກອບສ່ວນຊ່ວຍໃຫ້ນະຄອນ ແກ້ໄຂຜົນເສຍຫາຍຍ້ອນໄພພິບັດທຳມະຊາດກໍ່ຂຶ້ນຢ່າງທັນການ; ມອບຂອງຂວັນໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງ ຢໍ່ໂໜຍ ແລະ 17 ບ້ານຂອງຕາແສງ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນ…
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປຢື້ຢາມຖາມມຂ່າວ, ລະດົມກຳລັງໃຈພໍ່ແມ່ປະຊາຊົນເຂດຖືກຜົນກະທົບຍ້ອນນ້ຳຖ້ວມຢູ່ທ້ອງຖິ່ນ.









