• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບົນ​ພື້ນ​ຖານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ຟີ​ລິບ​ປິນ, ການ​ນຳ​ສອ​ງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ສອງ​ຝ່າຍທີ່​ໄດ້​ເຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ໃນ​ທຸກ​ຂັ້ນ​ຢ່າງ​ເປັນ​ປະ​ຈຳ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນກ​າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr.(ພາບ: TTXVN)  

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ຟີ​ລິບ​ປິນ ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນກ​າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໃນ​ລະ​ຫວ່າງວັນ​ທີ 31 ພຶດ​ສະ​ພາ - 1 ມິ​ຖຸ​ນາ, ວັນ​ທີ 1 ມິ​ຖຸ​ນາ, ສອງ​ຝ່າຍ​ໄດ້ ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ. ຫວຽດ​ນາມ.

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບົນ​ພື້ນ​ຖານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ຟີ​ລິບ​ປິນ, ການ​ນຳ​ສອ​ງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ສອງ​ຝ່າຍທີ່​ໄດ້​ເຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ໃນ​ທຸກ​ຂັ້ນ​ຢ່າງ​ເປັນ​ປະ​ຈຳ,ລວມ​ມີ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ (JCBC), ອະ​ນຸກຳ​ມະການ​ ການ​ຄ້າ ຫວຽດ​ນາມ ຟີ​ລິບ​ປິນ (JTC), ບັນ​ດາ​ການ​ສົນ​ທະ​ນາ​ດ້ານ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນ​ຄົງ ແລະ ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ, ເພື່ອ​ແນ​ໃສ່​ກຳ​ນົດ ແລະ ຊຸກ​ຍູ້​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ນຳ​ສອງ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກຜ່ານ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດ ແລະ ​ການ​ຄົ້​ນ​ຄ້​ວາບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ກະ​ສິ​ກຳ, ພິ​ເສດ​ກ່ຽວ​ກັບ​ເຂົ້າ​ສານ, ສິນ​ໃນນ້ຳ, ເສດ​ຖະ​ກິດ​ທະ​ເລ, ຄວບ​ຄຸມ​ໄພ​ທຳ​ມະ​ຊາດ… ການ​ນຳ​ສອງ​ທ່ານ​ຮຽກ​ຮ້ອງເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ເພື່ອ​ປ້ອງ​ກັນ​ຕ້ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU).

(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top