ຖະແຫຼງການຢັ້ງຢືນບົນພື້ນຖານຂອບເຂດຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ຟີລິບປິນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາກົນໄກເຈລະຈາ ແລະ ການຮ່ວມມືສອງຝ່າຍທີ່ໄດ້ເຫັນເປັນລະບອບລະບຽບການໃນທຸກຂັ້ນຢ່າງເປັນປະຈຳ
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr.(ພາບ: TTXVN)
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ສ.ຟີລິບປິນ ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໃນລະຫວ່າງວັນທີ 31 ພຶດສະພາ - 1 ມິຖຸນາ, ວັນທີ 1 ມິຖຸນາ, ສອງຝ່າຍໄດ້ ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ລະຫວ່າງສ.ຟີລິບປິນ ແລະ ສສ. ຫວຽດນາມ.
ຖະແຫຼງການຢັ້ງຢືນບົນພື້ນຖານຂອບເຂດຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ຟີລິບປິນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາກົນໄກເຈລະຈາ ແລະ ການຮ່ວມມືສອງຝ່າຍທີ່ໄດ້ເຫັນເປັນລະບອບລະບຽບການໃນທຸກຂັ້ນຢ່າງເປັນປະຈຳ,ລວມມີຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ (JCBC), ອະນຸກຳມະການ ການຄ້າ ຫວຽດນາມ ຟີລິບປິນ (JTC), ບັນດາການສົນທະນາດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ແລະ ການປຶກສາຫາລືກ່ຽວກັບບັນດາບັນຫາທະເລ ແລະ ມະຫາສະໝຸດ, ເພື່ອແນໃສ່ກຳນົດ ແລະ ຊຸກຍູ້ບັນດາຄວາມສາມາດບົ່ມຊ້ອນໜູນຊ່ວຍເຊິ່ງກັນແລະກັນລະຫວ່າງສອງປະເທດ.
ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານກະສິກຳຢ່າງແໜ້ນແຟ້ນກວ່າອີກຜ່ານການຄົ້ນຄ້ວາ, ໝູນໃຊ້ ແລະ ຖ່າຍທອດເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ການຄົ້ນຄ້ວາບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນ, ກະສິກຳ, ພິເສດກ່ຽວກັບເຂົ້າສານ, ສິນໃນນ້ຳ, ເສດຖະກິດທະເລ, ຄວບຄຸມໄພທຳມະຊາດ… ການນຳສອງທ່ານຮຽກຮ້ອງເພີ່ມທະວີການຮ່ວມມືສອງຝ່າຍເພື່ອປ້ອງກັນຕ້ານບັນດາການເຄື່ອນໄຫວຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).