• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ຟີ​ລິບ​ປິນ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ

ການ​ນຳ​ສອງ​ທ່ານ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ລວມ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງໃນ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຈຳ​ນວນ​ໜຶ່ງ, ຈຸດ​ສຸມ​ແມ່​ນ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ກະ​ສ​ິ​ກຳ​ຜະ​ລິດ​ຄືນ​ໃໝ່, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເປີດ ​ບັນ​ດາ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ຕື່ມ​ອີກ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໂຕ​ເລິມ ແລະ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr (ພາບ: TTXVN)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມທາງ​ລັດ​ຖະ​ກິດ​ຢູ່ ສ.ຟີ​ລິບ​ປິນ, ວັນທີ 1 ມິ​ຖຸ​ນາ, ພາຍ​ລັງ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ທາງ​ລັດ​ຖະ​ກິດ ຢູ່​ທຳ​ນຽບ Malacanang, ນະ​ຄອນຫຼວງ Manila, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໂຕ​ເລິມ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr.

ທີ່​ການ​ເຈ​ລະ​ຈາ, ການ​ນຳ​ສອງ​ທ່ານ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ລວມ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງໃນ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຈຳ​ນວນ​ໜຶ່ງ, ຈຸດ​ສຸມ​ແມ່​ນ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ກະ​ສ​ິ​ກຳ​ຜະ​ລິດ​ຄືນ​ໃໝ່, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເປີດ ​ບັນ​ດາ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ຕື່ມ​ອີກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ທ່າ​ອາ​ກາດ​ສະ​ຍານ​ພົ້ນ​ເດັ່ນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ສ້າງ​ລັດ​ຖະ​ບານ​ດີ​ຈີ​ຕອນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ ແລະ ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນແຈ້ງ​ຂໍ້​ມູນຂ່າວ​ໝາກ​ຜົນ​ຂອງ​ການເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ:

ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ ແລະ ຜົນ​ປະ​ໂຫຍດ, ຄວາມ​ມຸ​່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອ​ງຝ່າຍ ຫວຽດ​ນາມ - ຟີ​ລິບ​ປິນ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ, ໃນ​ນັ້ນ​ສຸມ​ໃສ່​​ການ​ຊຸກ​ຍູ້​ແຮງ​ບາງ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ສຸມ, ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ​ໃນ​ທຸກ​ຂັ້ນ, ທຸກ​ຊ່ອງ​ທາງ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ເຊື່ອມ​ຕໍ່​ວິ​ສາ​ຫະ​ຫ​ກິດ ເພື່ອ​ຮັກ​ສາ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຍຸດ​ທະ​ສາດ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ການ​ພັດ​ທະ​ນາ, ເສີມ​ຂະ​ຫຍາຍ ແລະ ຮັກ​ສາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ ຢ່າງ​ສຸດ​ຂີດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ການ​ເຈ​ລະ​ຈາ​ໃນ​ທຸກ​ຂັ້ນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບົນ​ພື້ນ​ຖານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ຟີ​ລິບ​ປິນ, ການ​ນຳ​ສອ​ງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ສອງ​ຝ່າຍທີ່​ໄດ້​ເຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ໃນ​ທຸກ​ຂັ້ນ​ຢ່າງ​ເປັນ​ປະ​ຈຳ

Top