• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ BRICS ເຕື້ອງ​ເຖິງຫຼາຍ​ບັນ​ຫາ​ຮ້ອນ​ເຮັ່ງ

ການນຳບັນດາປະເທດສະມາຊິກໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນ ໄດ້ຍົກອອກການຕີລາຄາລວມກ່ຽວກັບສະພາບການໂລກ ກໍຄືບັນດາເປົ້າໝາຍໄລຍະຍາວຂອງກຸ່ມ.
ກອງປະຊຸມສຸດຍອດ BRICS (ພາບ: ANI/TTXVN)

ວັນທີ 23 ຕຸລາ, ໃນກອງປະຊຸມສຸດຍອດ BRICS ໄດ້ດຳເນີນຢູ່ Kazan, ລັດເຊຍ, ການນຳບັນດາປະເທດສະມາຊິກໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນ ໄດ້ຍົກອອກການຕີລາຄາລວມກ່ຽວກັບສະພາບການໂລກ ກໍຄືບັນດາເປົ້າໝາຍໄລຍະຍາວຂອງກຸ່ມ.

ຕາມຖະແຫຼງການຮ່ວມ, ການນຳບັນດາປະເທດໄດ້ກຳນົດບັນດາຄາດໝາຍ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງເຖິງບັນຊີລາຍການປະເທດຄູ່ຮ່ວມມືຢ່າງຈະແຈ້ງ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄວາມສົນໃຈຂອງບັນດາປະເທດຢູ່ຂົ້ວໂລກໃຕ້ ທີ່ມີຕໍ່ BRICS. ການນຳບັນດາປະເທດກໍໃຫ້ຄໍາໝັ້ນສັນຍາ “ສືບຕໍ່ຊຸກຍູ້ການພັດທະນາລະບອບລະບຽບການ BRICS”. ການນຳບັນດາປະເທດ BRICS ກໍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າລະຫວ່າງບັນດາປະເທດສະມາຊິກ. ຖະແຫຼງການໄດ້ຢັ້ງຢືນເຖິງບົດບາດຂອງບັນດາເຄື່ອງມືທີ່ຫັນເປັນມາດຖານໃນການຊຸກຍູ້ການຄ້າ ແລະ ຕົກລົງເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດພາສີ ເພື່ອສ້າງລະບົບພາສີສາກົນທີ່ກ້າວໜ້າ, ສະຖຽນລະພາບ ແລະ ມີປະສິດທິຜົນກວ່າ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top