• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຂອງ​ປະ​ທານ ອາ​ຊຽນ ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ ມຽນ​ມາ

ວັນ​ທີ 24 ເມ​ສາ, ຟີ​ລິບ​ປິນ, ປະ​ເທດ​ປະ​ທານ ອາ​ຊຽນ ປີ 2026 ໄດ້​ອອກ​ຖະ​ແຫຼງ​ການ​ຂອງ​ປະ​ທານ ອາ​ຊຽນ ກ່ຽວ​ກັບ​ການ​ປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​ໃຫ້​ແກ່​ບັນ​ດາ​ນັກ​ໂທດຢູ່ ມຽນ​ມາ.
  ທຸງ​ອາ​ຊຽນ ແລະ ທຸງຊາດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ  

ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຊົມ​ເຊີຍ​ແຈ້ງ​ການ​ກ່ຽວ​ກັບ​ການ​ປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​ໃຫ້​ແກ່​ນັກ​ໂທດກວ່າ 4.000 ຄົນ ເມື່ອ​ວັນ​ທີ 17 ເມ​ສາ, ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຂອງ ມຽນ​ມາ. ພິ​ເສດ, ຊົມ​ເຊີຍ​ເລື່ອງ​ປ່ອຍ​ຕົວ​ທ່ານອະ​ດ​ີດ​ປະ​ທາ​ນາ​ທິ​ບໍ​ດີ U Win Myint ເປັນ​ອິດ​ສະຫຼະ, ຖື​ວ່າ​ນີ້​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ​ມຸ່ງ​ໄປ​ຜ​ເຖິງ​ການ​ເຈ​ລຸ​ຈາ​ລະ​ດັບ​ຊາດ​ຮອບ​ດ້ານ​ລະ​ຫວ່າງ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່ ມຽນ​ມາ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ກໍ​ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ມຽນ​ມາ, ດ້ວຍ​ຖາ​ນະ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ ອາ​ຊຽນ, ເພື່ອ​ບັນ​ລຸ​ໄດ້​ມາດ​ຕະ​ການ​ສັນ​ຕິ​ພາບ ແລະ ຄວາມ​ຍືນ​ຍົງ​ໃຫ້​ແກ່​ວິກ​ິດ​ການ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ ໂດຍ ມຽນ​ມາ​ ເປັນ​ເຈົ້າ​ຂອງ ແລະ ນຳ​ພາ.

ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່ ມຽນ​ມາ, ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ຢຸດ​ຕິ​ການ​ໃຊ​້​ຄວາມ​ຮຸນ​ແຮງ​ໃນ​ທັນ​ທີ, ພິ​ເສ​ດ​ແມ່ນ​ແນ​ໃສ່​ສາ​ມັນ​ຊົນ ແລະ ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​; ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ ຈົ່ງ​ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ສາ​ມັນ​ຊົນ​ທຸກ​ຄົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ.

(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top