• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ອິນເດຍ

ເນື່ອງໃນໂອກາດທ່ານປະທານາທິບໍດີອິນເດຍ  Ram Nath Kovind ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນວັນທີ 20 ພະຈິກ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. 

ທ່ານປະທານາທິບໍດີອິນເດຍ  Ram Nath Kovind ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເປັນປະທານຮ່ວມການຖະແຫຼງຂ່າວ 

ເນື່ອງໃນໂອກາດທ່ານປະທານາທິບໍດີອິນເດຍ  Ram Nath Kovind ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນວັນທີ 20 ພະຈິກ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.  ໃນຖະແຫຼງການຮ່ວມ ໄດ້ເນັ້ນໜັກວ່າ ໃນການຢ້ຽມຢາມຄັ້ງນີ້ ທ່ານປະທານາທິບໍດີອິນເດຍ  Ram Nath Kovind ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍໃຫ້ເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ, ໃນນັ້ນເຫັນດີຮັກສາການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ອົງການນິຕິບັດຍັດ, ທ້ອງຖິ່ນ ແລະ ພົບປະແລກປ່ຽນປະຊາຊົນເປັນປະຈຳ.

        ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ສອງຝ່າຍເຫັນດີສ້າງບັນດາແຜນການລະອຽດໂດຍໄວ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມກັນໃຫ້ມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ການແລກປ່ຽນການຄ້າສອງຝ່າຍກວ່າອີກ, ໃນນັ້ນມີບັນດາມາດຕະການກ່ຽວກັບການສົ່ງເສີມການຄ້າ, ຮຽກຮ້ອງຫຼຸດຜ່ອນບັນດາຮົ້ວກີດຂວາງໃນການພັດທະນາດ້ານການຄ້າ, ນັບທັງຮົ້ວກີດຂວາງດ້ານເຕັກນິກ ແລະ ການຍົກເວັ້ນພາສີ. ການນຳສອງທ່ານ ກໍເຫັນດີສືບຕໍ່ຊຸກຍູ້ການລົງທຶນສອງຝ່າຍ ໃນນັ້ນມີບັນດາໂຄງການຮ່ວມມືລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ແລະ ບໍລິສັດນ້ຳມັນອາຍແກັດແຫ່ງຊາດອິນເດຍ ໃນການສຳຫຼວດ ແລະ ຂຸດຄົ້ນນ້ຳມັນໃນບໍລິເວນດິນຕໍ່ແຜ່ນ, ໄຫຼ່ທະວີບ ແລະ ເຂດເສດຖະກິດສະເພາະຂອງຫວຽດນາມ ເປັນຕົ້ນ.

ທ່ານປະທານາທິບໍດີອິນເດຍ  Ram Nath Kovind ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເຫັນດີຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດຄື ກະສິກຳ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ....

ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ, ການນຳສອງທ່ານ ໄດ້ແບ່ງປັນຫຼາຍທັດສະນະລວມກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢັ້ງຢືນຄວາມສຳຄັນຂອງການສ້າງພາກພື້ນ ອາຊີ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ມີຄວາມສັນຕິພາບ, ວັດທະນາຖາວອນ ບົນພື້ນຖານເຄົາລົບອຳນາດອະທິປະໄຕ ແລະ ກົດໝາຍສາກົນ, ຄວາມເສລີໃນການເດີນເຮືອ - ການເດີນບິນ ແລະ ບັນດາການເຄື່ອນໄຫວເສດຖະກິດ ໂດຍບໍ່ຖືກກີດຂວາງ. ບໍ່ມີພຽງແຕ່ເທົ່ານັ້ນ, ສອງຝ່າຍຍັງເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ; ຢັ້ງຢືນຄືນໃໝ່ຈະສະໜັບສະໜູນເຊິ່ງກັນແລະກັມອອກສະໝັກເລືອກຕັ້ງເຂົ້າເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໃນອາຍຸການ 2020 – 2021, ອິນເດຍ ໃນອາຍຸການ 2021 -  2022 ອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top