• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການນຳສອງທ່ານຢັ້ງຢືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ກໍ່ຄືສິດເສລີໃນການເດີນເຮືອ ແລະ ການບິນ,.
ພິທີຕ້ອນຮັບທາງການໃນວັນທີ 10 ກັນຍາ (ພາບ:VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ແຕ່ວັນທີ 10  - 11 ກັນຍາ,  ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະຕິບັດການຢ້ຽມຢາມ ທາງລັດຖະກິດຢູ່ຫວຽດນາມ. ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ.      

ຖະແຫຼງການຮ່ວມໃຫ້ຮູ້ວ່າ: ການນຳສອງທ່ານໄດ້ຊົມເຊີຍໄລຍະປະຫວັດສາດໃໝ່ຂອງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ດ້ວຍການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື, ແລະ ພັດທະນາແບບຍືນຍົງ. ອາເມລິກາ ສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນະຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ການນຳສອງທ່ານໄດ້ເນັ້ນໜັກບັນດາຫຼັກການພື້ນຖານຂອງການກຳນົດທິດໃນການພົວພັນ ຫວຽດນາມ - ອາເມລິກາ, ລວມມີ ການເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ເຄົາລົບລະບອບການເມືອງ, ເອກະລາດ, ເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ.

ການນຳສອງທ່ານເນັ້ນໜັກວ່າຄວນສືບຕໍ່ເຮັດໃຫ້ການພົວພັນ ທາງດ້ານການເມືອງ - ການຕ່າງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະເປັນປະຈຳຢູ່ທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.

ຫວຽດນາມ ແລະ ອາເມລິກາ ຕັດສິນໃຈຍູ້ແຮງການຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳໃນຂົງເຂດດີຈີຕອນ; ຖືວ່ານີ້ແມ່ນບາດກ້າວບຸກທະລຸໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ອາເມລິກາ ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການໜູນຊ່ວຍ ຫວຽດນາມ ບຳລຸງສ້າງ ແລະ ພັດທະນາກຳລັງແຮງງານເຕັກໂນໂລຊີສູງ.

ທ່ານປະທານາທິບໍດີ Joe Biden ຊົມເຊີຍບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຍຸດຕິທຳ (JETP), ກໍ່ຄືເປົ້າໝາຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050.      ການນຳສອງທ່ານຢັ້ງຢືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ກໍ່ຄືສິດເສລີໃນການເດີນເຮືອ ແລະ ການບິນ,. ການຄ້າອັນຖືກຕ້ອງຕາມກົດໝາຍ ບໍ່ຖືກຂັດຂວາງ ຢູ່ທະເລຕາເວັນອອກ, ເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງບັນດາປະເທດແຄມທະເລສຳລັບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງແຕ່ລະປະເທດ, ສອດຄ່ອງກັບກົດໝາຍວ່າດ້ວຍທະເລສາກົນ ທີ່ໄດ້ລະບຸໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top