• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ມາເລເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ລັດຖະບານ 2 ປະເທດໃຫ້ຄຳໝັ້ນສັນຍາສະໜັບສະໜູນເຊິ່ງກັນແລະກັນບົນເສັ້ນທາງພັດທະນາຂອງແຕ່ລະປະເທດ, ສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ,  ແຕ່ວັນທີ 21 – 23 ພະຈິກ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Seri Anwar Ibrahim, ຕອນບ່າຍວັນທີ 21 ພະຈິກ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ - ມາເລເຊຍ ຂຶ້ນເປັນຮ່ວມມືຍຸດທະສາດຮອບດ້ານ, ສ້າງຂີດໝາຍປະຫວັດສາດໃຫ້ແກ່ການໄປຢ້ຽມຢາມໃນຄັ້ງນີ້.

        ດ້ວຍເລື່ອງຖະແຫຼງການສ້າງຕັ້ງການພົວພັນຂຶ້ນເປັນຮ່ວມມືຍຸດທະສາດຮອບດ້ານ, ລັດຖະບານ 2 ປະເທດໃຫ້ຄຳໝັ້ນສັນຍາສະໜັບສະໜູນເຊິ່ງກັນແລະກັນບົນເສັ້ນທາງພັດທະນາຂອງແຕ່ລະປະເທດ, ສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ, ບົນພື້ນຖານເຄົາລົບກົດໝາຍສາກົນ, ຄວາມເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. 2 ຝ່າຍໄດ້ເຫັນດີກ່ຽວກັບບັນດາທິດທາງເຮັດໃຫ້ການພົວພັນເລິກເຊິ່ງກວ່າອີກ ແລະ ຍົກລະດັບການພົວພັນໃນຫຼາຍຂົງເຂດ; ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

        ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສະໜັບສະໜູນບົດບາດປະທານ ອາຊຽນ 2025 ຂອງ ມາເລເຊຍ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ມາເລເຊຍ ແລະ ທຸກປະເທດສະມາຊິກ ອາຊຽນ ເພື່ອມຸ່ງໄປເຖິງການຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top