• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງ​ມີ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ເພື່ອ​ໃຫ້​ແຂວງ ກວ໋າງ​ນິງ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ແກ່ນ, ຍືນ​ຍົງ​ໃນ​ທຸກ​ດ້ານ

“ຂ້າພະເຈົ້າປາດຖະໜາວ່າ ກວ໋າງນິງ ຈະສືບຕໍ່ພັດທະນາຫຼາຍກວ່າອີກ. ຢາກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າສະເໜີວ່າ ຕ້ອງສຳຫຼວດກວດຄືນທຸກໜ້າທີ່, ບັນດາເປົ້າໝາຍ, ໂຄງການ ແລະ ຕ້ອງສ້າງແຜນການໃຫ້ມີວິທະຍາສາດ, ຈັດແບ່ງໜ້າວຽກຢ່າງລະອຽດ”.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)

“ຕ້ອງມີບັນດາກຸ່ມມາດຕະການເພື່ອໃຫ້ແຂວງ ກວ໋າງນິງ ພັດທະນາຢ່າງວ່ອງໄວ, ໝັ້ນແກ່ນ, ຍືນຍົງໃນທຸກດ້ານ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ໃນກອງປະຊຸມຮັບຮອງເອົາຮ່າງບົດລາຍງານຄະນະກວດກາຂອງກົມການເມືອງ, ຄະນະເລຂາທິການປີ  2025 ສຳລັບຄະນະປະຈຳຄະນະພັກແຂວງ ກວ໋າງນິງ. ທ່ານປະທານປະເທດ ເລືອງເກືອງ ກໍສະເໜີໃຫ້ການນຳແຂວງ ກວ໋າງນິງ ສືບຕໍ່ຊີ້ນຳສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຈຸດອຸດຕັນ, ປະຕິຮູບລະບຽບການບໍລິຫານ, ຍູ້ແຮງການປະຕິບັດການຫັນເປັນດີຈີຕອນ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເພື່ອພັດທະນາກະສິກຳ, ຊົນນະບົດ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີວ່າ:

“ຂ້າພະເຈົ້າປາດຖະໜາວ່າ ກວ໋າງນິງ ຈະສືບຕໍ່ພັດທະນາຫຼາຍກວ່າອີກ. ຢາກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າສະເໜີວ່າ ຕ້ອງສຳຫຼວດກວດຄືນທຸກໜ້າທີ່, ບັນດາເປົ້າໝາຍ, ໂຄງການ ແລະ ຕ້ອງສ້າງແຜນການໃຫ້ມີວິທະຍາສາດ, ຈັດແບ່ງໜ້າວຽກຢ່າງລະອຽດ”.

ທ່ານປະທານປະເທດສະເໜີໃຫ້ ທາງແຂວງ ຈັດການປະຕິບັດແຜນນະໂຍບາຍໃຫ້ເປັນຢ່າງດີ, ສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຕາມແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ ມຽນມາ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 30 ມີນາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ປະເທດນີ້ ໃນຕອນບ່າຍວັນທີ 28 ມີນາ ໄດ້ເພີ່ມຂຶ້ນ 1.644 ຄົນ, ມີຜູ້ຖືກບາດເຈັບເກືອບ 2.400 ຄົນ. ປັດຈຸບັນ, ກຳລັງກູ້ໄພກູ້ຊີບຍັງພວມສືບຕໍ່ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ນະຄອນ Mandalay, ເຂດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ.

Top