• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.
ກອງປະຊຸມເຊັນໂຄງການສົມທົບໃນວຽກງານຂົນຂວາຍ (ພາບ: thanhtra.com.vn)
 ຕາມໂຄງການ, ສອງຝ່າຍໄດ້ຈັດຕັ້ງການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນການສຶກສາ, ເຜີຍແຜ່ກົດໝາຍກ່ຽວຂ້ອງເຖິງທະເລໝູ່ເກາະ, ກົດໝາຍວ່າດ້ວຍສິນໃນນ້ຳ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຊ່ວຍປະຊາຊົນພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດທາງດ້ານວັດທະນະທຳ. ຕຳຫຼວດທະເລ ແມ່ນບ່ອນອີງເພື່ອໃຫ້ຊາວປະມົງເດີນທະເລ, ຕິດພັນກັບທະເລ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ

ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ

ງານມະໂຫລາມປີນີ້ ດຶງດູດການເຂົ້າຮ່ວມຂອງ 10 ໝູ່ບ້ານອາຊີບ, ຖະໜົນອາຊີບດີເດັ່ນ, ກັບນັກສິລະປະການ, ນາຍຊ່າງເກັ່ງເກືອບ 30 ຄົນ, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດການທ່ອງທ່ຽວ, ອາຫານການກິນ, ສະຖານທີ່ພັກເຊົ່າ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ.

Top