• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດທະເລ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຊອກຫາກູ້ໄພກູ້ຊີບໃຫ້ເປັນຢ່າງດີ

ປີນີ້, ກຳລັງຕຳຫຼວດທະເລໄດ້ສຸມໃສ່ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ...
ກອງປະຊຸມຂອງຕຳຫຼວດ ທະເລ ຫວຽດນາມ (ພາບ: Đức Hạnh/dangcongsan.vn)
ວັນທີ 3 ມັງກອນ, ກອງບັນຊາການຕຳຫຼວດທະເລ ໄດ້ຈັດກອງປະຊຸມສະຫລຸບວຽກງານຕຳຫຼວດທະເລປີ 2023. ທີ່ກອງປະຊຸມ, ທ່ານພົນຈັດຕະວາ ເລກວາງດ້າວ, ກອງບັນຊາການຕຳຫຼວດທະເລ ເນັ້ນໜັກວ່າ: ປີນີ້, ກຳລັງຕຳຫຼວດທະເລໄດ້ສຸມໃສ່ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນບັນດາເຂດທະເລ, ໝູ່ເກາະ, ສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາມາດຕະການສະກັດກັ້ນສະພາບກ່ຳປັ່ນຫາປາຂອງ ຫວຽດນາມ ຂຸດຄົ້ນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມກົດລະບຽບ (IUU) ຢ່າງຄົບຊຸດ, ຊ້ຽວຂາດ; ຮັກສາການກຽມພ້ອມຕໍ່ສູ້, ປ້ອງກັນ, ສະກັດກັ້ນໄພພິບັດທຳມະຊາດ, ຊອກຫາກູ້ໄພກູ້ຊີບ… ພ້ອມນັ້ນ, ກໍ່ສືບຕໍ່ຜັນຂະຫຍາຍການຮ່ວມມືສາກົນ ແລະ ການຕ່າງປະເທດຂອງຕຳຫຼວດທະເລຢ່າງມີປະສິດທິຜົນ; ເພີ່ມທະວີການຜັນຂະຫຍາຍບັນດາແຜນການວິຊາສະເພາະໃນການປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top