• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັດ​ສິນ​ໃຈ​ຍົກ​ເລີກ​ບັດ​ເຫຼືອງ IUU

ໂທລະເລກໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍຢ່າງຂ້ຽວຂາດ 123 ໜ້າທີ່, ສຸມໃສ່ 5 ກຸ່ມບັນຫາຈຸດສຸມ ລວມມີ: ຂອບນິຕິກຳ, ການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາກຳປັ່ນຫາປາ.
  ພາບປະກອບ: VGP  
ວັນທີ 25 ກຸມພາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ໂທລະເລກກ່ຽວກັບການສຸມໃສ່ກະກຽມການເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີລົບ (EC) ຄັ້ງທີ 5, ຕັດສິນໃຈຍົກເລີກການແຈ້ງເຕືອນບັດເຫຼືອງ IUU (ການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ສຳລັບສິນໃນນ້ຳ ຫວຽດນາມ. ໂທລະເລກໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍຢ່າງຂ້ຽວຂາດ 123 ໜ້າທີ່, ສຸມໃສ່ 5 ກຸ່ມບັນຫາຈຸດສຸມ ລວມມີ: ຂອບນິຕິກຳ, ການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາກຳປັ່ນຫາປາ; ຄົ້ນຫາຕົ້ນກຳເນີດການຂຸດຄົ້ນສິນໃນນ້ຳ, ການປະຕິບັດກົດໝາຍ ແລະ ແກ້ໄຂກໍລະນີລະເມີດ ໃຫ້ຖືກຕ້ອງຕາມ 5 ຂໍ້ສະເໜີແນະຂອງ EC.

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top