• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫຼາດຫວຽດນາມ ແຫ່ງທໍາອິດຢູ່ ມາເລເຊຍ ຈະເປີດຕົວໃນເດືອນມີນາ ປີ 2020

      ຕະຫຼາດຫວຽດນາມ (Vietnam Market) ແຫ່ງທໍາອິດຢູ່ ມາເລເຊຍ ມີຮ້ານຂາຍເຄື່ອງກວ່າ 200 ຮ້ານ ຈະເປີດຕົວໃນເດືອນ ມີນາ 2020. 

ທ່ານ ຫງວຽນຕ໊ວນ, ຮອງຜູ້ອໍານວຍການ  ITPC ກ່າວຄໍາເຫັນທີ່ພິທີ (ພາບ: TTXVN)
      ນີ້ແມ່ນຂໍ້ມູນຂ່າວ ທີ່ໄດ້ຍົກອອກມາໃນພິທີປະກາດໂຄງການຕະຫຼາດຫວຽດນາມ ແຫ່ງທໍາອິດ ຢູ່ ກົວລາ ລໍາເປີ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນໃນຕອນບ່າຍວັນທີ 9 ພະຈິກ.
        ທ່ານ Tansri Matshah Safuan, ປະທານກຸ່ມບໍລິສັດ Safuan Group  ໃຫ້ຮູ້ວ່າ, ຕະຫຼາດຫວຽດນາມ ຢູ່ ກົວລາ ລໍາເປີ ແມ່ນສູນການຄ້າທີ່ມີີຂອບຂະໜາດໃຫຍ່ແຫ່ງທໍາອິດໃນການຮ່ວມມືລະຫວ່າງ ຫວຽດນາມ - ມາເລເຊຍ, ໂດຍຖືກສ້າງຕັ້ງຂຶ້ນບົນພື້ນຖານຂອງຄວາມຕ້ອງນໍາໃຊ້ສິນຄ້າ ແລະ ບໍລິການຂອງຫວຽດນາມ ຢູ່ ມາເລເຊຍ. ນີ້ກໍແມ່ນຂົວຕໍ່ອັນສໍາຄັນ ເພື່ອຍູ້ແຮງການສົ່ງອອກສິນຄ້າຫວຽດນາມ ໄປຍັງ ສິງກະໂປ,ໄທ ແລະ ບັນດາຕະຫຼາດອື່ນໆຂອງ ອາຊຽນ.
        ຕະຫຼາດຫວຽດນາມ ນອນໃນຕຶກອາຄານ Safuan Plaza, ຕັ້ງຢູ່ເຂດໃຈກາງຂອງ
ກົວລາ ລໍາເປີ, ຕິດກັບບັນດາສູນການຄ້າມີຂອບຂະໜາດໃຫຍ່ ແລະ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ. ນີ້ແມ່ນບ່ອນສະຫງວນໃຫ້ແກ່ບັນດາວິສາຫະກິດສົ່ງອອກຜະລິດຕະພັນກະເສດ, ສິນໃນນໍ້າ, ເຄື່ອງສິລະປະຫັດຖະກໍາ, ເຄື່ອງຈັກ, ເຕັກໂນໂລຢີ, ການບໍລິການ.... ຂອງຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top