• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າໜັງ ປຸກລະດົມສັບປະດາທະເລໝູ່ເກາະ ຫວຽດນາມ

ຕອນເຊົ້າວັນທີ 08 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ປຸກລະດົມ “ສັບປະດາທະເລໝູ່ເກາະ ຫວຽດນາມ” 2019 ແລະ ຕອບສະໜອງ “ວັນມະຫາສະໝຸດໂລກ”.

(ພາບປະກອບ) 

ດ້ວຍຫົວຂໍ້ວ່າ “ເພດ ແລະ ມະຫາສະໝຸດ”, ວັນມະຫາສະໝຸດໂລກປີນີ້ ໄດ້ຮຽກຮ້ອງໃຫ້ທຸກຄົນມີຄວາມຮັບຜິດຊອບເອົາໃຈໃສ່ສົ່ງເສີມມະຫາສະໝຸດຂຽວ, ສົ່ງເສີມບັນດາມາດຕະການປ້ອງກັນ ແລະ ຕ້ານຄືນມົນລະພິດຈາກຂີ້ເຫຍື້ອພຣາດສະຕິດເສດເຫຼືອຢູ່ທະເລ ເພື່ອມະຫາສະໝຸດສົດໃສກ່ວາ.

        ຕອບສະໜອງສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ 2019 ແລະ ວັນມະຫາສະໝຸດໂລກ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດຕັ້ງ “ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ”.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top