• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຳເນີນກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ ນຳເຂົ້າໄຟຟ້າຈາກລາວມາຫວຽດນາມ

ວັນທີ 28 ພະຈິກ,ຢູ່ເມືອງກີ່ເຊີນແຂວງເງະອານ, ກຸ່ມບໍລິສັດໄຟຟ້າຫວຽດນາມຫຼື  EVN  ແລະຄະນະຄຸ້ມຄອງໂຄງການໄຟຟ້າເລກໜຶ່ງໄດ້ຈັດພິທີຜັນຂະຫຍາຍດຳເນີນການກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ.
ພິທີຜັນຂະຫຍາຍດຳເນີນການກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ

ນີ້ແມ່ນໂຄງການກໍ່ສ້າງສາຍສົ່ງໄຟຟ້າລະບົບທີສອງເພື່ອຮັບໃຊ້ການນຳເຂົ້າໄຟຟ້າຈາກລາວມາຫວຽດນາມ. ໂຄງການແມ່ນມີຄວາມໝາຍສຳຄັນໃນການປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ພາກເໜືອຂອງຫວຽດນາມໃນຊຸມປີທີ່ຈະມາເຖິງ.

   ລະບົບສາຍໄຟຟ້າມີລວງຍາວ 74,4 ກິໂລແມັດດ້ວຍຍອດລົງເງິນລົງທຶນ 588 ຕື້ດົ່ງໂດຍ EVN ເປັນເຈົ້າຂອງລົງທຶນ, ຄະນະຄຸ້ມຄອງໂຄງການໄຟຟ້າ ເລກໜຶ່ງແມ່ນຫົວໜ່ວຍທີ່ EVN ມອບໝາຍໃຫ້ຄຸ້ມຄອງໂຄງການແລະໃຫ້ຄຳປຶກສາຕິດຕາມກວດກາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top