• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດາຫນັງຕ້ອນຮັບບັນດານັກທ່ອງທ່ຽວສາກົນທຳອິດໃນປີໃຫມ່2017

ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດ​ມາ​ຢ້ຽມ​ຢາມ​ນະ​ຄອນ​ດາ​ຫນັງ
      ວັນ​ທີ 1/1, ບັນ​ດາ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດມາ​ຈາກ ເຢຍ​ລະ​ມັນ, ອັງ​ກິດ, ສິງ​ກະ​ໂປ, ສ​ເກົາ​ຫລີ... ໄດ້​ມາ​ຢ້ຽມ​ຢາມ ນະ​ຄອນ​ດາ​ຫນັງ​ໃນມື້​ຕົ້ນ​ປີ 2017. ພິ​ເສດ ນັກ​ທ່ອງ​ທ່ຽວ 2 ຄົນ​ທຳ​ອິດ​ມາ​ຈາກ ອົດ​ຕະ​ຕາ​ລີ ໄດ້​ຮັບ​ດອກ​ໄມ້​ຈາກ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ ດາ​ຫນັງ. ໃນ​ປີ 2016, ພ້ອມ​ກັບ​ການ​ທ່ອງ​ທ່ຽວ​ດ້ວຍທາງ​ທະ​ເລ, ການ​ທ່ອງ​ທ່ຽວ​ດ້ວຍ​ທາງ​ອາ​ກາດ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ ນັບ​ທັງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ແລະ ຖ້ຽວ​ບິນ, ປະ​ກອບ​ສ່ວນ​ຫລາຍ​ສົມ​ຄວນ​ເຂົ້າ​ໃນ​ຍອດ​ລາຍ​ຮັບ​ຂະ​ແຫນງທ່ອງ​ທ່ຽວ ດາ​ຫນັງ. ​ປີ 2016, ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດາ​ຫນັງ ບັນ​ລຸກວ່າ 5,5 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 17,7% ເມ​ື່ອ​ທຽບ​ໃສ່​ປີ 2015. ມາ​ຮອດ​ປະ​ຈຸ​ບັນ ນະ​ຄອນ ດາ​ຫນັງ ມີ​ສາຍ​ການ​ບິນ​ສາ​ກົນ 20 ສາຍ, ໃນ​ນັ້ນ​ມີ 11 ສາຍ​ການ​ບິນ​ໂດຍ​ກົງ​ເປັນ​ປະ​ຈ​ຳ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top