• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດານັ້ງ ຊຸກຍູ້ການຮ່ວມມືກັບ ຊູແອັດ ກ່ຽວກັບພື້ນຖານໂຄງລ່າງຍຸດທະສາດອັດສະລິຍະ ແລະ ຍືນຍົງ

ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ: ນະຄອນ ໄດ້ຮັບການກຳນົດແມ່ນແກ່ນສານການເຕີບໂຕຂອງເຂດເສດຖະກິດຈຸດສຸມພາກກາງ ຫວຽດນາມ.
ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ

ວັນທີ 15 ພຶດສະພາ, ທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຄຫາ ຊູແອັດ ນຳໜ້າຄະນະປະຕິບັດງານໄດ້ຢ້ຽມຢາມ, ເຮັດວຽກກັບການນຳນະຄອນ ດານັ້ງ.

        ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ: ນະຄອນ ໄດ້ຮັບການກຳນົດແມ່ນແກ່ນສານການເຕີບໂຕຂອງເຂດເສດຖະກິດຈຸດສຸມພາກກາງ ຫວຽດນາມ. ປະຈຸບັນ, ດານັ້ງ ມີການພົວພັນຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄ້ວນ. ນະຄອນເປັນກຽດໄດ້ຮັບລາງວັນນະຄອນ ອັດສະລິຍະ ຫວຽດນາມ ແລະ ມີຫຼາຍລາງວັນອື່ນໆ. ທ່ານ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ: ທ່ານລັດຖະມົນຕີຈະສືບຕໍ່ເປັນຂົວຕໍ່, ຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ ດານັ້ງ ກັບບັນດາຄູ່ຮ່ວມມືຂອງ ຊູແອັດ. ໃນນັ້ນ, ສຸມໃສ່ຕົ້ນຕໍເຂົ້າບັນດາຂົງເຂດທ່ອງທ່ຽວ, ສິ່ງແວດລ້ອມ, ພັດທະນາພື້ນຖານໂຄງລ່າງ ກໍ່ຄືຊ່ວຍໂຄສະນາ, ແນະນຳນະຄອນ ດານັ້ງ ກັບບັນດາວິສາຫະກິດ, ບັນດານັກລົງທຶນຂອງ ຊູແອັດ ໃຫ້ມີການຄົ້ນຄ້ວາ, ເຂົ້າຮ່ວມລົງທຶນພັດທະນາຢູ່ນະຄອນ ດານັ້ງ”.

        ສ່ວນທ່ານ Andreas Carlson, ລັດຖະມົນຕີກະຊວງພຶ້ນຖານໂຄງລ່າງ ແລະ ເຄຫາ ຊູແອັດ ໃຫ້ຮູ້ວ່າ: ໃນຍຸດທະສາດໃໝ່ຂອງ ຊູແອັດ ກ່ຽວກັບການຄ້າ, ການລົງທຶນ ແລະ ກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ, ຊູແອັດ ສຸມໃສ່ພິເສດເຂົ້າພາກພື້ນ ອາຊີ ແລະ ຫວຽດນາມ ແມ່ນໜຶ່ງຄູ່ຮ່ວມມືທີ່ສຳຄັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top